ຈີນເປັນຄັ້ງທຳອິດປະກາດປື້ມປົກຂາວນິວເຄຼຍ
ທ່ານ ສີຈິ້ນຜິງ, ເລຂາທິການໃຫຍ່ ປະທານປະເທດຈີນ
ພາບ:baomoi.com
|
(vovworld)- ວັນທີ 27/1, ລັດຖະບານຈີນ ໄດ້ປະກາດປື້ມປົກຂາວນິວເຄຼຍ ທຳອິດຂອງປະເທດນີ້. ປື້ມປົກຂາວ ມີຫົວຂໍ້ວ່າ: “ພ້ອມແລ້ວຮັບມືກັບສະພາວະສຸກເສີນນິວເຄຼຍຂອງຈີນ” ໂດຍຫ້ອງການການຂ່າວລັດຖະບານ ຈີນ ພິມຈຳຫນ່າຍ. ປື້ມປົກຂາວ ເນັ້ນຫນັກວ່າ: ຈີນ ເດັດດ່ຽວຕັ້ງບັນຫາຄວາມປອດໄພນິວເຄຼຍໃນການເຄື່ອນໄຫວນຳໃຊ້ພພະລັງງານນິວເຄຼຍ ເພື່ອຈຸດປະສົງສັນຕິພາບແມ່ນການບຸລິມະສິດຕົ້ນຕໍ. ປື້ມປົກຂາວຮັບຮູ້ວ່າ ບັນດາພື້ນຖານນິວເຄຼຍ ແລະ ການເຄື່ອນໄຫວນິວເຄຼຍຂອງຈີນ ລ້ວນແຕ່ໃນສະພາບເປັນປົກກະຕິ ແລະ ປອດໄພ. ຈີນ ຈະຍູ້ແຮງເລື່ອງສ້າງຮ່າງກົດໝາຍວ່າດ້ວຍຄວາມປອດໄພນິວເຄຼຍ ແລະ ກົດໝາຍວ່າດ້ວຍພະລັງງານປະລະມານູ.