ຈຳນວນຜູ້ເສຍຊີວິດຍ້ອນນ້ຳຖ້ວມພາຍຫລັງ ພາຍຸ Yagi ຢູ່ ມຽນມາ ເພີ່ມຂຶ້ນສູງ

(VOVWORLD) -ນ້ຳຖ້ວມ ແລະ ດິນເຊາະເຈືອນ ຍ້ອນຜົນສະທ້ອນຈາກພາຍຸ Yagi ໄດ້ເຮັດໃຫ້ນັບຮ້ອຍຄົນຖືກເສຍຊີວິດ ຢູ່ ມຽນມາ, ຫວຽດນາມ, ລາວ ແລະ ໄທ ພາຍຫລັງ ພາຍຸ Yagi 

 

ຈຳນວນຜູ້ເສຍຊີວິດຍ້ອນນ້ຳຖ້ວມພາຍຫລັງ ພາຍຸ Yagi ຢູ່ ມຽນມາ ເພີ່ມຂຶ້ນສູງ - ảnh 1ກຳລັງກູ້ໄພກູ້ຊີບ ຍົກຍ້າຍປະຊາຊົນອອກຈາກເຂດນ້ຳຖ້ວມຢູ່ Nay Pyi Taw, ມຽນມາ. ວັນທີ 12/9/2024 (ພາບ:THX/TTXVN)

ວັນທີ 15 ກັນຍາ, ຫນັງສືພິມ Global New Light ໄດ້ລົງຂ່າວວ່າ ຮອດຕອນຄ່ຳວັນທີ 13 ກັນຍາ, ນ້້ຳຖ້ວມຫລັງພາຍຸ Yagi ໄດ້ເຮັດໃຫ້ 74 ຄົນເສຍຊີວິດ ແລະ ອີກ 89 ຄົນຫາຍສາບສູນ. ຕົວເລກດັ່ງກ່າວ ແມ່ນສູງກວ່າຫລາຍເມື່ອທຽບໃສ່ກັບການປະກາດກ່ອນນັ້ນຂອງອຳນາດການປົກຄອງການທະຫານ ມຽນມາ ແມ່ນ 33 ຄົນເສຍຊີວິດຍ້ອນພາຍຸ Yagi. ນອກນັ້ນ, ມີກວ່າ 235.000 ຄົນມີເຮືອນຊານບ້ານຊ່ອງຖືກເປ່ເພ, ທຳລາຍຍ້ອນຜົນຕາມມາຂອງພາຍຸ Yagi.

ນ້ຳຖ້ວມ ແລະ ດິນເຊາະເຈືອນ ຍ້ອນຜົນສະທ້ອນຈາກພາຍຸ Yagi ໄດ້ເຮັດໃຫ້ນັບຮ້ອຍຄົນຖືກເສຍຊີວິດ ຢູ່ ມຽນມາ, ຫວຽດນາມ, ລາວ ແລະ ໄທ ພາຍຫລັງ ພາຍຸ Yagi ພັດເຂົ້າ ທຳລາຍເຂດນີ້ໃນທ້າຍສັບປະດາຜ່ານມາ. ປະຈຸບັນ ວຽກງານຊອກຫາກູ້ໄພກູ້ຊີບຍັງຄົງສືບຕໍ່ໄດ້ປະຕິບັດຢ່າງຮີບດ່ວນ.

ຕອບກັບ

ຂ່າວ/ບົດ​ອື່ນ