ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ໂລກ​ລະ​ບ​າດ Covid – 19 ກາຍ​ຕົວ​ເລກ 70.000 ຄົນ ແລະ ມີ ຜູ້​ຕິດ​ເຊື້ອ​ພະ​ຍາດ Covid – 19 ເກືອບ 1,3 ລ້ານ​ຄົນ

(VOVWORLD) -ຕາມເວັບໄຊສະເພາະການສະຖິຕິ worldometers.info, ໄລ່ຮອດ 22 ໂມງ ວັນທີ 6 ເມສາ (ຕາມເວລາ ຫວຽດນາມ), ໃນທົ່ວໂລກມີ ຜູ້ຕິດເຊື້ອພະຍາດ Covid – 19 1.290.896 ຄົນ ໃນນັ້ນ ມີ ຜູ້ເສຍຊີວິດ ແມ່ນ 70.653 ຄົນ ແລະ ຄົນເຈັບໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 272.155 ຄົນ. ໂລກລະບາດ ໄດ້ກໍ່ຜົນສະທ້ອນເຖິງ 208 ປະເທດ ແລະ ເຂດແຄ້ວນ.

ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ໂລກ​ລະ​ບ​າດ Covid – 19 ກາຍ​ຕົວ​ເລກ 70.000 ຄົນ ແລະ ມີ ຜູ້​ຕິດ​ເຊື້ອ​ພະ​ຍາດ Covid – 19 ເກືອບ 1,3 ລ້ານ​ຄົນ - ảnh 1 ພະນັກງານການແພດຢູ່ໂຮງໝໍກາງສະໜາມປິ່ນປົວໃຫ້ແກ່ຜູ້ຕິດເຊື້ອພະຍາດ Covid - 19 ຢູ່ ແອດສະເປນ

(ພາບ: AFP/TTXVN)

ອາເມລິກາຍັງຢືນຢູ່ອັນດັບທີ 1 ຂອງ ໂລກກ່ຽວກັບຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ດ້ວຍ 338.899 ຄົນ ຖັດຈາກນັ້ນແມ່ນ ແອັດສະປາຍ ດ້ວຍກ່ວາ 135.000 ຄົນ, ອີຕາລີ ເກືອບ 129.000 ຄົນ… ໃນຂະນະນັ້ນ, ອີຕາລີຢັ້ງຢືນວ່າ ມີຈຳນວນຜູ້ເສຍຊີວິດຍ້ອນໂລກລະບາດ Covid – 19 ຫຼາຍທີ່ສຸດໃນໂລກດ້ວຍ 15.887 ຄົນ, ຖັດຈາກນັ້ນແມ່ນ ແອັດສະປາຍ ມີ 13.169 ຄົນ, ອາເມລິກາ ດ້ວຍກ່ວາ 10.000ຄົນ.

ສ່ວນຢູ່ ອາບຟຼິກກາ, ສູນຄວບຄຸມ, ປ້ອງກັນ, ສະກັດກັ້ນພະຍາດຕິດແປດ ອາບຟຼິກກາ ໄດ້ປະກາດວ່າ ມີຈຳນວນຜູ້ເສຍຊີວິດຍ້ອນໂລກລະບາດ Covid – 19 ຢູ່ທະວີບນີ້ຂຶ້ນເຖິງ 414 ຄົນ.

ໃນສະພາບການຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ມີທ່າອ່ຽງຫຼຸດລົງ, ຫຼາຍປະເທດຢູ່ອີລົບໄດ້ປະກາດວ່າ ຈະໂຍະຍານບັນດາມາດຕະການຈຳກັດ ຫຼືພິຈາລະນາໂຍະຍານບັນດາມາດຕະການແຍກຕົວ ເຊິ່ງໄດ້ຜັນຂະຫຍາຍເພື່ອແນໃສ່ຫຼຸດການແຜ່ລະບາດ ຂອງ ໂລກລະບາດ Covid – 19 ລົງ.

ຕອບກັບ

ຂ່າວ/ບົດ​ອື່ນ