ທ່ານລັດຖະມົນຕີວ່າການກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ກາວດຶກຟາດ
(ພາບປະກອບ)
|
(vovworld) – ຕອນເຊົ້າວັນທີ 13/3, ທ່ານລັດຖະມົນຕີວ່າການກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ກາວດຶກຟາດ ນຳໜ້າຄະນະການນຳບັນດາກະຊວງ, ຂະແໜງການ ແລະ ວິສາຫະກິດ ຫວຽດນາມ ເຂົ້າຮ່ວມ “ກອງປະຊຸມພັດທະນາເສດຖະກິດ ອີຢິບ”, ດຳເນີນໄປຢູ່ Sharm El Sheikh, ປະເທດ ອີຢິບ ແຕ່ວັນທີ 13 – 15/3.
ນີ້ແມ່ນເຫດການມີລັກສະນະການເມືອງ ແລະ ຄວາມໝາຍເສດຖະກິດອັນໃຫຍ່ຫຼວງສຳລັບ ອີຢິບ, ເຊິ່ງແມ່ນປະເທດ ອາຣັບ ມີພົນລະເມືອງຫຼາຍສຸດຢູ່ ຕາເວັນອອກາງ - ອາບຟຣີກາເໜືອ, ດ້ວຍການເຂົ້າຮ່ວມຂອງການນຳຫຼາຍກະຊວງ, ຂະແໜງການກໍ່ຄືບັນດາກຸ່ມບໍລິສັດໃຫຍ່ໃນໂລກ. ທີ່ກອງປະຊຸມ, ລັດຖະບານ ອີຢິບ ໄດ້ແນະນຳປະມານ 30 ໂຄງການໃຫຍ່ເພື່ອດຶງດູດຈຳນວນເງິນລົງທຶນປະມານ 20 ຕື້ USDຂຶ້ນກັບຫຼາຍຂົງເຂດ. ຕາມທ່ານລັດຖະມົນຕີວ່າການ ກາວດຶກຟາດ ແລ້ວ, ກອງປະຊຸມນີ້ແມ່ນກາລະໂອກາດທີ່ດີ ເພື່ອໃຫ້ບັນດາວິສາຫະກິດ ຫວຽດນາມ ຊອກຫາກາລະໂອກາດລົງທຶນ, ຮ່ວມມື, ປະກອບສ່ວນບັນລຸໄດ້ຈຸດໝາຍວົງເງິນສົ່ງອອກ 2 ປະເທດໃນປີ 2015 ຂຶ້ນເຖິງ 500 ລ້ານ USD. ໃນປີ 2014, ວົງເງິນການຄ້າ 2 ຝ່າຍລະຫວ່າງ ຫວຽດນາມ - ອີຢິບ ບັນລຸ 370 ລ້ານ USD, ເພີ່ມຂຶ້ນ 85% ເມື່ອທຽບໃສ່ປີ 2013.