ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດກັບອີນເດຍ ໃນທຸກໆຂົງເຂດຢ່າງແຮງ

ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດກັບອີນເດຍ ໃນທຸກໆຂົງເຂດຢ່າງແຮງ - ảnh 1
ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ
ຕ້ອນຮັບ, ທ່ານ​ນາງ​ Sushama Swaraj, ລັດຖະມົນຕີ​ການ​ຕ່າງປະ​ເທດ​ອີນ​ເດຍ
(ພາບ:dangcongsan.vn)


(vovworld) – ​ຕອນ​ເຊົ້າ​ວັນ​ທີ 25/08, ຢູ່​ສຳນັກງານ​ລັດຖະບານ​, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ ​ໄດ້​ໃຫ້ການ​ຕ້ອນຮັບ, ທ່ານ​ນາງ​ Sushama Swaraj, ລັດຖະມົນຕີ​ການ​ຕ່າງປະ​ເທດ​ອີນ​ເດຍ ພວມ​ຢ​້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ ຢ່າງ​ເປັນ​ທາງ​ການ, ຕາມ​ຄຳ​ເຊີນ​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິ່ງ​ມິ​ງ. ຕີ​ລາຄາ​ສູງ​ໝາກຜົນ​ການ​ເຈລະຈາ​ລະຫວ່າງ​ລັດຖະມົນຕີ​ການ​ຕ່າງປະ​ເທດ 2 ທ່ານ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຖື​ວ່າ ໝາກຜົນ​ການ​ຢ້ຽມຢາມຄັ້ງ​ນີ້​ຈະ​ປະກ​ອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ຫວຽດນາມ - ອ​ີນ​ເດຍ. ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢຸງ ຢືນຢັນ​ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ຫວຽດນາມ ​ແມ່ນ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ, ພ້ອມ​ກັບ ​ອິນ​ເດຍນຳ​ການ​ພົວພັນມິດ​ຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ, ມີ​ມາ​ແຕ່​ດົນ​ນານ ບົນ​ຈິດ​ໃຈ​ຄູ່​ຮ່ວມມື​ຍຸດ​ທະ​ສາດ​ພັດທະນາ​ໃນ​ທຸກ​ຂົງ​ເຂດ, ນຳ​ມາ​​ເຊິ່ງຜົນ​ປະ​ໂຫຍດອັນ​ແທດ​ຈິງ​ໃຫ້​​ແກ່ປະຊາຊົນ 2 ປະ​ເທດ, ປະກອບສ່ວນ​ເຂົ້າ​​ໃນ​ສັນ​ຕະພາບ​, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັ​ດທະນາ​ໃນ​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ. ທ່ານ​ນາງ​ລັດຖະມົນຕີ Sushama Swaraj ​ໃຫ້​ຮູ້​ວ່າ, ລັດຖະບານ​ໃໝ່​ຂອງ​ອິນ​ເດຍ ຢືນຢັນ ຖື​ການ​ພົວພັນ​ຮ່ວມ​ມື​ກັບ​ຫວຽດນາມ ​ເປັນ​ສຳຄັນ ​ແລະ ຖື​ວ່າ ຫວຽດນາມ ມີ​ທີ່​ຕັ້ງ​ນັບ​ມື້​ນັບ​ສຳ​ຄັນ​ຢູ່​ໃນ​ໂລກ. ທ່ານ​ນາງ Sushama Swaraj ກໍ່​ໃຫ້​ຮູ້​ວ່າ ຄວາມ​ສາມາດ​ບົມຊ້ອນຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ຍັງ​ໃຫຍ່​ຫຼວງ​ຢູ່, ປາດ​ຖະໜາ​ວ່າ 2 ຝ່າຍ​ຈະ​ມານະ​ພະຍາຍາມ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ. ຕາມ​ທ່ານ​ນາງ​ແລ້ວ, ອິນ​ເດ​ຍ ຕີ​ລາຄາ​ສູງ​ກ່ຽວ​ກັບ​ທີ່​ຕັ້ງ​ດ້ານ​ປ້ອງ​ກັນຊາ​ດ, ປ​້ອງກັນ​ຄວາມ​ສະຫງົບ​ຂອງ​ຫວຽດນາມ ​ແລະ ປາດ​ຖະໜາ​ວ່າ ຫວຽດນາມ ຈະ​ກາຍ​ເປັນ​ຄູ່​ຮ່ວມ​ມື​ຂອງ​ອີນ​ເດຍ ​ໃນ​ຂົງ​ເຂດ​ນີ້. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ເຫັນ​ດີ​ກັບ​ບັນດາ​ຂໍ້​ສະ​ເໜີ​ຂອງ​ທ່ານ​ນາງ​ລັດຖະມົນຕີ Sushama Swaraj, ພ້ອມ​ທັງ​ຢືນຢັນ​ວ່າ ຫວຽດນາມ ຍິນ​ດີ​ຕ້ອນຮັບປະທານາທິບໍດີ​ອີນ​ເດຍ ຈະ​ມາ​ຢ້ຽມຢາມ​ຫວຽດນາມ ​ໃນ​ເດືອນ 09 ຈະ​ມາ​ເຖິງ.

​ໃນ​ວັນ​ດຽວ​ກັນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບີງມິນໄດ້ມີການເຈລະຈາກັບ ທ່ານນາງລັດຖະມົນຕີການຕ່າງປະເທດ ອິນເດຍ Sushma Swaraj. ທ່ານຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບີງມິນ​ໄດ້​ຢືນຢັນ​ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ຫວຽດນາມ ​ແມ່ນ​ຍາມ​ໃດ​ກໍ​ຖື​ເປັນ​ສຳຄັນ​ການ​ພັດທະນາ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ຄູ່​ຮ່ວມມື​ຍຸດ​ທະ​ສາດ​ກັບ​ອິນ​ເດຍ; ສະໜັບສະໜູນ​ນະ​ໂຍບາຍ​ມຸ່ງ​ໄປ​ສູ່​ທິດຕາ​ເວັນ​ອອກ​ຂອງ​ອິນ​ເດຍ ​ແລະ ​ເລື່ອງ​ອິນ​ເດຍ​ເພື່ອ​ທະວີ​ການ​ເຊື່ອມ​ຈອດ​ກັບ​ພາກ​ພື​້ນອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ສ່ວນທ່ານລັດຖະມົນຕີການຕ່າງປະເທດ ອິນເດຍ Sushma Swaraj ​ໄດ້​ຕີ​ລາຄາ​ສູງ​ບັນດາ​ຜົນງານ​ຂອງ​ຫວຽດນາມ​ໃນ​ກິດຈະການ​ພັດທະນາ​ເສດຖະກິດ​ສັງຄົມ ​ແລະ ​ເຊື່ອມ​ຍົງ​ສາກົນ ​ແລະ ຢືນຢັນ​ວ່າ ລັດຖະບານ​ໃໝ່​ຂອງ​ອິນ​ເດຍສືບ​ຕໍ່​ຖື​ຫວຽດນາມ​ແມ່ນ​ໜຶ່ງ​ໃນ​ບັນດາ​ເສົາ​ຄ້ຳຂອງ​ນະ​ໂຍບາຍ​ມຸ່ງ​ໄປ​ສູ່​ທິດຕາ​ເວັນ​ອອກ​ຂອງ​ອິນ​ເດຍ. 2 ຝ່າຍ​ເຫັນ​ດີ​ເສີມ​ຂະຫຍາຍ​ບັນດາ​ກົນ​ໄກ​ຮ່ວມ​ມື 2 ຝ່າຍ, ສ້າງ​ເງື່ອນ​​ໄຂ​ໃຫ້​ວິ​ສາ​ຫະກິດ 2 ປະ​ເທດ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ ​ແລະ ການ​ລົງທຶນ​ໃນ​ທຸກ​ຂົງ​ເຂດ​ທີ່​ຕ່າງ​ຝ່າ​ຍຕ່າງ​ມີ​ຄວາມ​ສົນ​ໃຈ; ຢືນຢັນ​ສືບ​ຕໍ່​ສົມທົບ ​ແລະ ສະໜັບ​ສະ​ໜູນ​ກັນ​ຢູ່​ບັນດາ​ເວ​ທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ. 2 ຝ່າຍ​ໄດ້​ເຫັນ​ດີ​ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​ການ​ຮັບປະກັນ​ສັນຕິພາບ, ສະຖຽນ​ລະພາບ, ຄວາມ​ປອດ​ໄພ​ໃນ​ການ​ເດີນ​ເຮືອ, ​ແລະ ການ​ແກ້​ໄຂ​ບັນດາ​ການ​ຂັດ​ແຍ້​ງກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກດ້ວຍ​ມາດ​ຕະການ​ໂດຍ​ສັນຕິ​ວິທີ​ບົນ​ຈິດ​ໃຈເຄົາລົບ​ກົດໝາຍ​ສາກົນ

ຂ່າວ/ບົດ​ອື່ນ