ຊຸກຍູ້ການພົວພັນລະຫວ່າງຫວຽດນາມ-ນິວຊີແລນ

ຊຸກຍູ້ການພົວພັນລະຫວ່າງຫວຽດນາມ-ນິວຊີແລນ - ảnh 1
ການ​ເຈລະຈາລະຫວ່າງການ​ນຳ 2 ທ່ານ
(ພາບ: VGP)


(vovworld) – ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນຢຸງ, ທ່ານ​ນາຍົກລັດຖະມົນຕີນິວຊີ​ແລນ John Key ​ໄດ້​ມາ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ ​ໃນ​ລະຫວ່າງ​ວັນ​ທີ 14 – 17/11. ພາຍຫຼັງ​ພິທີ​ຕ້ອນຮັບ​ຢ່າງເປັນ​ທາງ​ການ​ໃນ​ຕອນ​ເຊົ້າ​ວັນ​ທີ 15/11. ທ່ານນາຍົກລັດຖະມົນຕີ ຫງວຽນ​​ເຕີນ​ຢຸງ ​ໄດ້​ດຳ​ເນີນ​ການ​ເຈລະຈາ​ກັບ​ທ່ານນາຍົກລັດຖະມົນຕີ John Key.

      ທີ່​ການ​ເຈລະຈາ, ການ​ນຳ 2 ທ່ານ​ຢືນຢັນ​ວ່າ ຫວຽດນາມ ​ແລະ ນິວຊີ​​ແລນ ​ໄດ້​ກາ​ຍ​ເປັນ​ຄູ່​ຮ່ວມ​ມືທີ່​ຜູກ​ພັນ​ຢ່າງ​ສະໜິດ​ແໜ້ນ​ຂອງ​ກັນ, ພ້ອມ​ກັນ​ໜູນ​ຊ່ວຍ​​ເພື່ອ​ພັດທະນາ, ມຸ່ງ​ໄປ​ເຖິງ​ສັງຄົມ​ມີ​ຄວາມ​ວັດ​ທະນາ​ຖາວອນ, ສະຖຽນ​ລະ​ພາບ, ພ້ອມກັນ​ຕັ້ງ​ໜ້າເຂົ້າ​ຮ່ວມ​ວິວັດ​ທະນາການຮ່ວມ​ສຳພັນ​ໃນ​ພາກ​ພື້ນ ​ແລະ ສາກົນ. 2 ຝ່າຍ​ໄດ້​ເຫັນ​ດີ​ນຳ​ກັນ​ໂດຍ​ຖື​ວ່າ ນຳ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ​້ານລະ​ຫວ່າງ 2 ປະ​​ເທດ​ໃຫ້​ພັດທະນາ​ຢ່າງ​ແຮງ, ນັບ​ທັງ​ລວງ​ກວ້າງ ​ແລະ ​ລວງ​ເລິກ. ນາຍົກລັດຖະມົນຕີ 2 ທ່ານ ​ໄດ້​ແບ່ງປັນ​ຄວາມ​ວິຕົກ​ກັງວົນ​ຕໍ່​ການ​ຜັນ​ແປ​ຫວ່າງ​ມໍ່ໆ​ມາ​ນີ້​ຢູ່​ທະ​ເລ​ຕາ​ເວັນ​ອອກ, ​​ເຊິ່ງໄດ້​ສົ່ງ​ຜົນ​ສະທ້ອນ​ເຖິງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ກໍ​ຄື​ສັນຕິພາບ, ຄວາມໝັ້ນຄົງ ​ແລະ ສະຖຽນ​ລະ​ພາບ​ຢູ່​ພາ​ກພື້ນ; ພ້ອມ​ທັງ​ຢືນຢັນ​ຄືນ​ໃໝ່​ຄວາມ​ສຳຄັນ​ຂອງ​ການ​ຮັບປະກັນ​ສັນ​ຕິ​ພາບ, ສະ​ຖຽນລະ​ພາບ, ຄວາມໝັ້ນຄົງ, ຄວາມ​ເສລີ​ໃນການ​ເດີນ​ທະ​ເລ, ການ​ບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ກໍ​ຄື​ແກ້​ໄຂ​ບັນດາ​ການ​ຂັດ​ແຍ້​ງທາງ​ທະ​ເລ​ໂດຍ​ອີງ​ໃສ່​ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 (UNCLOS). 2 ຝ່າຍ​ໄດ​້​ເນັ້ນ​ໜັກ​​ເຖິງ​ຄວາມ​ຈຳ​ເປັນ​ຂອງ​ເລື່ອງ​ບັນດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ປະຕິບັດ​ຖະ​ແຫຼງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າ​ຍຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ຄົບ​ຖ້ວນ, ລະງັບ​ໃຈ ​ແລະ ບໍ່​ຄວນ​ມີ​ການກະ​ທຳ​ທີ່ເຮັດ​ໃຫ້ສະພາບ​​ການໃນ​ພາກ​ພື້ນ​ເຄັ່ງ​ຕຶງ​ຂຶ້ນຕື່ມ, ​ໃນ​ນັ້ນ​ມີ​ເລື່ອງ​ບີບ​ບັງຄັບ ຫຼື ນຳ​ໃຊ້​ອາວຸດ​ເພື່ອ​ເຮັດ​ໃຫ້​ປ່ຽນ​ແປງ​ສະພາບ​ເດີມ​ພຽງ​ລຳພັງ​ຝ່າຍ​ດຽວ; ​ເຫັນ​ດີ​ຕ້ອງ​​ສ້າງ​ປະມວນ​ຂໍ​້ກຳນົດ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງ​ໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ໂດ​ຍ​ໄວ. ການ​ນຳ 2 ທ່ານ​ກໍ​ເຫັນ​ດີ​ເພີ່ມ​ທະວີ​ການ​ສົມທົບ​ກັນ​ທີ່​ບັນດາ​​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ.

    ສິ້ນ​ສຸດ​ການ​ເຈ​ລະ​ຈາ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽນ​ເຕີ້ນ​ຢຸງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ John Key ໄດ້​ເປັນ​ສັກ​ຂີ​ພິ​ຍານ​ພິ​ທີ​ລົງ​ນາມ​ໃນ​ບັນ​ດາ​ເອ​ກະ​ສານ​ເຊັ່ນ: ສັນ​ຍາ​ຮ່ວມ​ມື​ດ້ານ​ການ​ບິນ​ພົນ​ລະ​ເຮືອນ, ແຜນ​ການ​ຮ​່ວມ​ມື​ຍຸດ​ທະ​ສາດ​ທາງ​ດ້ານ​ການ​ສຶກ​ສາ, ສັນ​ຍາ​ຮ່ວມ​ມື​ໃນ​ຂົງ​ເຂດ​ສາ​ທາ​ລ​ະ​ນະ​ສຸກ.      ​ແລະ​ກໍ​​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ານ​ນາຍົກລັດຖະມົນຕີ John Key ​ໄດ້​​ໄປ​ວາງ​ພວງມາລາ ​ແລະ ​ເຂົ້າ​ຂໍ່ານັບ​ສຸສານປະທານ​ໂຮ່ຈິ​ມິນ, ວາງ​ພວງມາລາ​ຢູ່​ອະນຸສາວະລີ​ອາ​ໄລ​ຫາ​ບັນດາ​ນັກ​ຮົບ​ທີ່​ເສຍ​ສະ​ຫຼະຊີວິດ​ເພື່ອ​ຊາດ​.

ຂ່າວ/ບົດ​ອື່ນ