ທ່ານ ດາວແທນຈູງ ເອກອັກຄະລັດຖະທູດຫວຽດນາມປະຈຳອີຢີບ
ຍື່ນສານຕາຕັ້ງ
ພາບ:internet
|
(vovworld)- ເມື່ອຕອບສຳພາດນັກຂ່າວຂ່າວສານຫວຽດນາມຢູ່ Cairo ເນື່ອງໃນໂອກາດສະເຫສີມສະຫລອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຫວຽດນາມ ແລະ ອີຢີບ(1/9/1963-1/9/2013), ທ່ານ ດາວແທນຈູງ ເອກອັກຄະລັດຖະທູດຫວຽດນາມປະຈຳ ອີຢີບ ໄດ້ຢືນຢັນວ່າ: ການພົວພັນສາມັກຄີທີ່ເປັນມູນເຊື້ອລະຫວ່າງສອງປະເທດໄດ້ຮັບການປັບປຸງ ແລະ ທົດສອບຜ່ານບັນດາໄລຍະແຕກຕ່າງກັນ. ຍາມໃດອີຢີບກໍມີບົດບາດສຳຄັນໃນນະໂຍບາຍການຕ່າງປະເທດຂອງຫວຽດນາມ. ໃນເຄິ່ງສັດຕະວັດຜ່ານມາ, ການພົວພັນລະຫວ່າງສອງປະເທດບັນລຸໄດ້ບັນດາຜົນງານອັນໃຫຍ່ຫລວງ. ທ່ານເອກອັກຄະລັດຖະທູດ ດາວແທ່ງຈູງ ເຊື່ອໝັ້ນວ່າ: ໃນໄລຍະຈະມາເຖິງ, ການພົວພັນລະຫວ່າງສອງປະເທດຈະພັດທະນາຢ່າງຮອບດ້ານ, ເຂົ້າສູ່ລວງເລິກ ແລະ ການຮ່ວມມືໃນທຸກຂົງເຂດຢ່າງມີປະສິດທິຜົນ.