ຊຸກຍູ້ການຮ່ວມມືດ້ານການຄ້າລະຫວ່າງນະຄອນ ໂຮ່ຈິມີນ ແລະ ເຂດ Yangon

ຊຸກຍູ້ການຮ່ວມມືດ້ານການຄ້າລະຫວ່າງນະຄອນ ໂຮ່ຈິມີນ ແລະ ເຂດ Yangon - ảnh 1
ທ່ານ Le Hoang Quan ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ໂຮ່ຈິ​ມີນ ຕ້ອນຮັບທ່ານ U Myint Swe
​ຜູ້ວ່າການເຂດ Yangon

ພາບ:TTXVN

(vovworld) -  ວັນ​ທີ 26/5, ທ່ານ ​Le Thanh Hai ​ເລຂາ​ຄະນະ​ພັກ​ ແລະ ທ່ານ Le Hoang Quan ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ໂຮ່ຈິ​ມີນ ​ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ເຂດYangon ປະ​ເທດ​ມ້ຽນ​ມາ ​ໂດຍ​ທ່ານ U Myint Swe ​ຜູ້ວ່າການເຂດດັ່ງກ່າວ ນຳ​ຫນ້າ ພວມ​ຢູ່​ຢ້ຽມຢາມ​ນະຄອນ ​ໂຮ່ຈິ​ມີນ. ນະ​ທີ່​ນີ້ ການ​ນຳ​ນະຄອນ ​ໂຮ່ຈິ​ມີນ ​ເນັ້ນ​ຫນັກ​ວ່າ: ນະຄອນ ​ໂຮ່ຈິ​ມີນ ​ແລະ ເຂດ Yangon ມີ​ຈຸດ​ຄ້າຍຄື​ກັນ​ຫລາຍ​ຢ່າງ​ນັບ​ທັງ​ທີ່​ຕັ້ງ, ບົດບາດ ​ແລະ ຄວາມ​ສາມາດ​ບົ່ມ​ຊ້ອນ, ນະຄອນ ​ໂຮ່ຈິ​ມີນ ​ແລະ ​ເຂດ Yangon ມີ​​ແງ່​ຫວັງ​ໃຫຍ່​ເພີ່​ອ​ເປີດ​ກວ້າງ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ເສດຖະ​ກິດ, ການ​ຄ້າ, ການທ່ອງທ່ຽວ, ວັດທະນະທຳ ການ​ສຶກສາ ​ແລະ ສາທາລະນະ​ສຸກ. ສ່ວນ​ທ່ານ U Myint  Swe ​ໄດ້​ຢືນຢັນ​ວ່າ: ຊຸກຍູ້​ການ​ຮ່ວມ​ມື, ​ເປັນ​ຕົ້ນ​ແມ່ນ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ, ການ​ລົງທຶນ ລະຫວ່າງ​ ເຂດ Yangon ແລະ ນະຄອນ ​ໂຮ່ຈິ​ມີນ ​ແມ່ນ​ຈຸດໝາຍ​ຂອງ​ການ​ຢ້ຽມຢາມ​ຫວຽດນາມ ຄັ້ງ​ນີ້.

 

ຂ່າວ/ບົດ​ອື່ນ