ຊຸກຍູ້ການຮ່ວມມືດ້ານການເງິນ ຫວຽດນາມ-ກູບາ

ຊຸກຍູ້ການຮ່ວມມືດ້ານການເງິນ ຫວຽດນາມ-ກູບາ - ảnh 1

(ພາບ: vietnamplus.vn)

(vovworld)- ​​ແຕ່ວັນ​ທີ 2-7/6, ຄະນະ​ຜູ້​ແທນ​ກະຊວງ​ການ​ເງິນ​ຫວຽດນາມ ​ໂດຍ​ທ່ານ​ຮອງ​ລັດຖະມົນຕີ​ເຈິ່ນວັນຮຽວ ນຳ​ໜ້າ ​ໄດ້​ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ກູ​ບາ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື ​ແລະ ​ແລກປ່ຽນ​ບົດຮຽນ​ແຫ່ງ​ການ​ເຄື່​ອນ​ໄຫວ​ຂອງ​ຂະ​ແໜງ​ການ​ເງິນ​ສອງປະ​ເທດ​ໃນ​ໄລຍະ​ໃໝ່. ທ່ານ​ຮອງ​ລັດຖະມົນຕີ​ເຈິ່ນວັນຮຽວ ​ໄດ້​ມີ​ການ​ເຮັດ​ວຽກ​ກັບທ່ານ​ນາງ Lina Olinda Pedraza ​ລັດຖະມົນຕີ​ກະຊວງ​ການ​ເງິນ ​ແລະ ລາຄາສິນຄ້າ​ກູ​ບາ, ກ່ຽວ​ກັບ​ສະພາບ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຢູ່​ແຕ່ລະ​ປະ​ເທດ, ​ແບ່ງປັນ​ບັນດາ​ຜົນສຳ​ເລັດ ​ແລະ ສິ່ງ​ທີ່​ຍັງ​ຄົງ​ຄ້າງ​ໃນ​ວິວັດ​ການ​ຜັນ​ຂະຫຍາຍ​ບັນດາ​ນະ​ໂຍບາຍ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ດ້ານ​ການ​ເງິນ​ຂອງລັດ​ວິ​ສາ​ຫະກິດ. ທ່ານ​ນາງ Lina Olinda Pedraza ​ໄດ້​ຕີ​ລາຄາ​ສູງ​ການ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື, ​ແລກປ່ຽນ​ບົດຮຽນ​ລະຫວ່າງ​ຂະ​ແໜງ​ການ​ເງິນ​ສອງ​ປະ​ເທດ​ຫວຽດນາມ ​ແລະ ກູ​ບາ ພ້ອມ​ທັງ​ເນັ້ນໜັກ​ວ່າ: ການ​ປະຕິບັດ​ງານ​ຂອງ​ຄະນະ​ຈະ​ປະກອບສ່ວນ​ຊຸກຍູ້​ສາຍ​ພົວພັນ​ຖານ​ອ້າຍ​ນ້ອງ​ອັນ​ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ປະ​ເທດ, ຮັບ​ໃຊ້​ໃຫ້​ແກ່​ພາລະກິດ​ສ້າງສາ​ປະ​ເທດ​ຊາດ ​ແລະ ສັງຄົມ​ນິຍົມ​ຢູ່​ແຕ່ລະ​ປະ​ເທດ.

ຂ່າວ/ບົດ​ອື່ນ