ຊຸກຍູ້ການຮ່ວມມືດ້ານວັດທະນະທຳ,ການທ່ອງທ່ຽວຫວຽດນາມ-ເຊັກໂກ

ຊຸກຍູ້ການຮ່ວມມືດ້ານວັດທະນະທຳ,ການທ່ອງທ່ຽວຫວຽດນາມ-ເຊັກໂກ - ảnh 1
ທ່ານ ຫງວຽນ​ງອກ​ທ້ຽນ, ລັດ​ຖະ​ມົນ​ຕີ​ກະ​ຊວງວັ​ດ​ທະ​ນະ​ທຳ, ກິ​ລາ​ແລະ ທ່ອງ​ທ່ຽ​ວ ຫວຽດ​ນາມ ແລະ ທ່ານ​ນາງ Daniel Herman, ລັດ​ຖະ​ມົນ​ຕີ​ກະ​ຊວງ
ວັດ​ທະ​ນະ​ທຳ ເຊັກ​ໂກ

(vovworld)- ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ ແລະ ເຂົ້າ​ຮ່ວມ​ພິ​ທີ​ອັດ​ປີ​ວັດ​ທະ​ນະ​ທຳ​ຫວຽດ​ນາມ ຢູ່ ສ. ເຊັກ​ໂກ, ວັນ​ທີ 13/6, ທ່ານ ຫງວຽນ​ງອກ​ທ້ຽນ, ລັດ​ຖະ​ມົນ​ຕີ​ກະ​ຊວງວັ​ດ​ທະ​ນະ​ທຳ, ກິ​ລາ​ແລະ ທ່ອງ​ທ່ຽ​ວ ຫວຽດ​ນາມ ໄດ້​ມີ​ການ​ເຮັດ​ວຽກ​ກັບ​ທ່ານນາງ Daniel Herman, ລັດ​ຖະ​ມົນ​ຕີ​ກະ​ຊວງວັດ​ທະ​ນະ​ທຳ ເຊັກ​ໂກ. ນະ​ທີ່ນີ້, ຝ່າຍ​ຫວຽດ​ນາມ ໄດ້​ສະ​ເຫນີ ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ບັນ​ດາ​ກອງ​ສິ​ລະ​ປະ​ກອນ​ລະ​ຫວ່າງ​ສອງ​ປະ​ເທດ ແລະ ສົ່ງ​ນັກ​ສຶກ​ສ​າ​ຫວຽດ​ນາມ ໄປ​ຮ່ຳ​ຮຽນ​ບັນ​ດາ​ຂົງ​ເຂດ​ທີ່​ເຊັກ​ໂກ ມີ​ທ່າ​ແຮງ​. ທ່ານ​ລັດ​ຖະ​ມົນ​ຕີ ​ວັດ​ທະ​ນະ​ທຳ ເຊັກ​ໂກ ໄດ້​ຕີ​ລາ​ຄາ​ສູງ​ແນວ​ຄວາມ​ຄິດຂອງ​ຫວຽດ​ນາມ ກ່ຽວ​ກັບ​ເລື່ອງ​ຈັດ​ຕັ້ງ​ປີ​ວັດ​ທະ​ນະ​ທຳ​ຫວຽດ​ນາມ ຢູ່ ເຊັກ​ໂກ 2015 ເນື່ອງ​ໃນ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງ 65 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ສອງ​ປະ​ເທດ ແລະ ຖື​ວ່າ ເຫດ​ການນີ້​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ປະ​ຊາ​ຊົນ​ເຊັກ​ໂກເປັນ​ຈຳ​ນວນ​ຫລວງ​ຫລາຍ, ປະ​ກອບ​ສ່ວນ​ໂຄ​ສະ​ນາ​ພາບ​ພົດ​ຂອງ​ຫວຽດ​ນາມ ຢູ່ ເຊັກ​ໂກ.

        ທີ່​ການ​ເຮັດ​ວຽກ​ກັບ​ລັດ​ຖະ​ມົນ​ຕີ​ພັດ​ທະ​ນາ​ເຂດ Karla Slechtova, ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ນຳ​ກັນ ສະ​ເຫນີ​ລັດ​ຖະ​ບານ ພິ​ຈາ​ລະ​ນາ​ຫັນ​ບັນ​ດາ​ລະ​ບຽບ​ການ​ຂໍ​ວິ​ຊາ​ໃຫ້​ງ່າຍ​ດາຍກວ່າ ກໍ​ຄື​ເປີດ​ສາຍ​ການ​ບິນ​ໂດຍກົງ​ເຊື່ອມຕໍ່​ນະ​ຄອນ​ຫລວງ​ສອງ​ປະ​ເທດ, ສ້າງ​ເງື່ອນ​ໄຂ​ໃຫ້​ພົນ​ລະ​ເມືອງ​ສອງ​ປະ​ເທດ​ໄປ​ມາທຳ​ມາ​ຫາ​ກິນ​ຮ່ຳ​ຮຽນ, ທັດ​ສະ​ນະ​ສຶກ​ສາ, ທ່ອງ​ທ່ຽວ​ ​ຫລາຍກວ່າ​ອີກ.

ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານລັດ​ຖະ​ມົນ​ຕີ ຫງວຽນ​ງອກ​ທ້ຽນ ເຂົ້າ​ຮ່ວມ​ພິ​ທີ​ອັດ​ປີ​ວັດ​ທະ​ນະ​ທຳ​ຫວຽດ​ນາມ ຢູ່ ເຊັກ​ໂກ.

ຫຶວ​ບີງ, ນັກ​ຂ່າວ VOV ປະ​ຈຳ​ເຊັກ​ໂກ

ຕອບກັບ

ຂ່າວ/ບົດ​ອື່ນ