ຊຸກຍູ້ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງບັນດາປະເທດອາຊີ - ອາຟະລິກາ
(ພາບປະກອບ)
(vovworld) – ໃນຂອບເຂດບັນດາເຫດການສະເຫຼີມສະຫຼອງ 60 ປີແຫ່ງກອງປະຊຸມອາຊີ - ອາຟະລິກາ ໃນທ້າຍເດືອນ 04, ກອງປະຊຸມຂັ້ນສູງດຳເນີນທຸລະກິດອາຊີ - ອາຟະລິກາ ຈະຈັດຂຶ້ນຢູ່ ຈາກາກຕາ, ໃນລະຫວ່າງວັນທີ 21 – 22/04. ກະຊວງການຕ່າງປະເທດ ພ້ອມກັບຫ້ອງການການຄ້າ ແລະ ອຸດສາຫະກຳ (Kadin) ອິນໂດເນເຊຍ ສົມທົບກັນຈັດຕັ້ງ. ວັນທີ 02/04, ທ່ານຮອງປະທານຫ້ອງການການຄ້າອິນໂດເນເຊຍ ແລະ ປະທານຄະນະກຳມະການກອງປະຊຸມຂັ້ນສູງດຳເນີນທຸລະກິດອາຊີ - ອາຟະລິກາ Noke Kiroyan ໃຫ້ຮູ້ວ່າ, ກອງປະຊຸມຈະສຸມໃສ່ແກ້ໄຂ 4 ຂົງເຂດບຸລິມະສິດໂດຍລັດຖະບານອິນໂດເນເຊຍ ຍົກອອກມາ, ເຊິ່ງລວມມີ: ເສດຖະກິດພື້ນຖານໂຄງລ່າງ, ການຄ້າລະຫວ່າງບັນດາປະເທດໃນພາກພື້າອາຊີ ແລະ ອາຟະລິກາ, ດຳເນີນທຸລະກິດກະສິກຳ ແລະ ການເດີນທະເລ - ທະເລ.