ຊັບສິນທາງປັນຍາແມ່ນເຄື່ອງມີສຳຄັນຊ່ວຍສົ່ງເສີມການປ່ຽນໃຫມ່

ຊັບສິນທາງປັນຍາແມ່ນເຄື່ອງມີສຳຄັນຊ່ວຍສົ່ງເສີມການປ່ຽນໃຫມ່ - ảnh 1
ທ່ານ Ta Quang Minh ຫົວຫນ້າ​ກົມ​ຊັບ​ສິນ​ທາງ​ປັນຍາ​ແຫ່ງ​ຊາດ​
 ພາບ: TTXVN

(vovworld) - ກອງປະຊຸມຄັ້ງທີ 50 ຂອງສະມັດຊາໃຫຍ່ບັນດາປະເທດ ສະມາຊິກ​ອົງການ​ຊັບ​ສິນ​ທາງ​ປັນຍາ​ໂລກ (WIPO) ​ດຳ​ເນີນ​​ໄປໃນ​ວັນ​ທີ 1 - 9/10 ຢູ່ ​ເຊີ​ແນວ ປະ​ເທດ ສະ​ວິດ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ນັບ​ພັນ​ຄົນ​ທີ່​ມາ​ຈາກ 185 ປະ​ເທດ​ສະມາຊິກ. ຄະນະ​ຜູ້​ແທນ ຫວຽດນາມ ​ໂດຍ​ທ່ານ Ta Quang Minh ຫົວຫນ້າ​ກົມ​ຊັບ​ສິນ​ທາງ​ປັນຍາ​ແຫ່ງ​ຊາດ​ເປັນ​ຫົວຫນ້າ​ຄະນະ. ຄະນະ​ຜູ້​ແທນ ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ຢ່າງ​ຕັ້ງຫນ້າ ​ແລະ ກ່າວ​ຄຳ​ເຫັນ​ກ່ຽວ​ກັບບາງ​ເນື້ອ​ໃນ​ສຳຄັນ​ຂອງ​ກອງ​ປະຊຸມ. ຄະນະ​ຜູ້​ແທນ ຫວຽດນາມ ​ຢືນຢັນວ່າ:​ ຊົມ​ເຊີຍ​ໝາກຜົນ​ແຫ່ງ​ການ​ເຈລະຈາ​ໂດຍ​ອີງ​ໃສ່​ເອກະ​ສານ​ໃນ​ຂອບ​ເຂດ​ຄະນະ​ກຳມະການ​ລະ​ຫວ່າງ​ລັດຖະບານ​ກ່ຽວ​ກັບ​ຊັບ​ສິນ​ທາງ​ປັນຍາ ​ແລະ ​ແຫ​ລ່ງ gen, ພູມ​ປັນຍາ​ມູນ​ເຊື້ອ ​ແລະ ວັດທະນະທຳ​ພື້ນ​ເມືອງ ດ້ວຍ​ຈຸດໝາຍ​ບັນລຸ​ໄດ້​ບັນດາ​ເອກະສານ​ທາງ​ດ້ານ​ກົດໝາຍ​ສາກົນ​ສອດ​ຄອ່ງກັບ​ການ​ປົກ​ປ້ອງ​ແຫ​ລ່ງ gen ພູມ​ປັນຍາ​ມູນ​ເຊື້ອ ​ແລະ ວັດທະນະທຳ​ພື້ນ​ເມືອງ. ຫວຽດນາມ ຖື​ວ່າ ​ເລື່ອງ​ບັນລຸ​ໄດ້​ບັນດາ​ເອກະສານ​ທາງ​ດ້ານ​ກົດໝາຍ​ດັ່ງກ່າວ​ມີ​ລັກສະນະ​ຜູກ​ມັດ​ກ່ຽວ​ກັບ​ການ​ປົກ​ປ້ອງ gen, ພູມ​ປັນຍາ​ມູນ​ເຊື້ອ ​ແລະ ວັດທະນະທຳ​ພື້ນ​ເມືອງ​ແມ່​ນສຳຄັນ​ທີ່​ສຸດ​ເພື່ອ​ສະ​ຫນອງ​ເຄື່ອງມື​ຢ່າງ​ມີ​ປະສິດທິ​ຜົນ​ໃນ​ການ​ຕ້ານ​ເລື່ອງ​ລັກ​ເອົາ​ຊັບພະຍາກອນ​ຊີວະ​ສາດ (bio-piracy) ​ແລະ ນຳ​ໃຊ້          ​ແຫ​ລ່ງ gen, ພູມ​ປັນຍາ​ມູນ​ເຊື້ອ ​ແລະ ວັດທະນະທຳ​ພື້ນ​ເມືອງ ທີ່ຜິດ​ກົດໝາຍ.

ຢູ່​ນອກ​ກອງ​ປະຊຸມ, ຄະນະ​ຜູ້​ແທນ ຫວຽດນາມ ​ໄດ້​ມີ​ການ​ແລກປ່ຽນ​ກັບ​ບັນດາ​ຄູ່​​ເຈ​ລະ​ຈາ​ສຳຄັນ​ເພື່ອ​ຊອກ​ຫາ​ກາລະ​ໂອກາດ​ສອງ​ຝ່າຍ ລະຫວ່າງ ອາ​ຊຽນ ​ແລະ ບັນດາ​ປະ​ເທດ​ຄູ່​ເຈລະຈາ​ຜ່ານ​ການຈັດ​ຕັ້ງ​ກອງ​ປະຊຸມ ອາ​ຊຽນ ​ແລະ ຍີ່ປຸ່ນ, ອົງການ​ປະດິດ​ສ້າງ​ຂອງ​ເອີ​ລົບ (EPO).

 

 

 

 

 


ຂ່າວ/ບົດ​ອື່ນ