ຊີຣີ ອັດສະໜາມບິນສາກົນ ຢູ່ ນະຄອນ Aleppo

ຊີຣີ ອັດສະໜາມບິນສາກົນ ຢູ່ ນະຄອນ Aleppo - ảnh 1
ສາ​ໜາມ​ບິນ​ສາກົນ ຢູ່ Aleppo
(ພາບ: ອີນເຕີເນັດ)

(vovworld) - ວັນ​ທີ 1/1, ສາ​ໜາມ​ບິນ​ສາກົນ ຢູ່ Aleppo, ​ເຊິ່ງ​ແມ່ນ​ນະຄອນ​ໃຫຍ່​ທີ່​ 2 ຂອງ ຊີຣີ, ​ຖືກປິດ​ປະຕູຊົ່ວຄາວ ​ໂດຍ​ບັນດາ​ການ​ບຸກ​ໂຈມ​ຕີ​ຢ່າງ​ລຽນຕິດ​ຂອງ​ບັນດາ​ມື​ປືນ​ຝ່າຍ​ຄ້ານ ​ເພື່ອ​ແນ​ໃສ່​ບັນດາ​ຖ້ຽວ​ບິນ ການ​ຄ້າ. ອົງການ​ຕິດຕາມ​ສິດທິ​ມະນູ​ດ ຊີຣີ (ຫຼື SOHR, ສຳນັກງານ​ຕັ້ງຢູ່ ອັງກິດ) ​ໃຫ້​ຮູ້​ວ່າ: ສາ​ໜາມ​ບິນ​ສາກົນ ຢູ່ Aleppo ຖືກ​ປິດ​ປະຕູ​ພາຍຫຼັງ​ເກີດ​ເຫດ​ລະ​ເບີດ​​ແຕກ ​ທີ່​ເລັ່ງ​ໃສ່​ເຮືອບິນ​ພົນລະ​ເຮືອ​ນພວມ​ບິນ ​ເມື່ອ​ວັນ​ທີ 30/12. ມີ​ເຈົ້າ​ໜ້າ​ທີ່​ຜູ້​ໜຶ່ງ​ບໍ່​ເຜີຍນາມ​ຢູ່​ສະໜາມ​ບິນ​ດັ່ງກ່າວ​ໃຫ້​ຮູ້​ວ່າ: ​ໃນ​ຊຸມ​ວັນ​ຜ່ານ​ມາ, ບັນດາ​ມື​ປືນ​ຝ່າຍ​ຄ້ານ​ໄດ​້ບຸກ​ໂຈມ​ຕີ​ຢ່າງ​ລຽນຕິດ​​ໂດຍ​ເລັ່ງ​ໃສ່​ບັນດາ​ເຮືອບິນ​ພົນລະ​ເຮືອນ  ​ແລະ ສິ່ງ​ດັ່ງກ່າວ​ອາດ​ຈະ​ເກີດ​ໄພພິບັ​ດມະນູດສະ​ທຳ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຕາມ​ເຈົ້າ​ໜ​້າທີ່​ດັ່ງກ່າວ​​ແລ້ວ, ສະໜາມ​ບິນ​ພຽງ​ແຕ່​ຖືກ​ປິດ​ປະຕູ​ໃນ​ເວລາ​ສັ້ນໆ​ເທົ່າ​ນັ້ນ ​ແລະ ຄາດ​ວ່າ​ຈະ​​ເລີ່​ມ​ເຄື່ອນ​ໄຫວ​​ໃນ​ຮອບ 48 ຊົ່ວ​ໂມງ ພາຍຫຼັງ​ທີ່ ທະຫານ​ຮັບປະກັນ​ຍາດ​ໄດ້​ສິດ​ຄວບ​ຄຸມ​ຢູ່​ບັນດາ​ເຂດ​ອ້ອມ​ຂ້າງ, ບ່ອນ​ທີ່​ກຳລັງ​ຝ່າຍ​ຄ້ານ​ກໍ່ສ້າງ​ຖານ​ທີ່​ໝັ້ນ​ຫຼາຍ​ແຫ່ງ. ​ໃນ​ຂະນະ​ນັ້ນ, ວົງ​ການ​ເຈົ້າ​ໜ້າ​ທີ່​ຂອງ​ສະໜາມ​ບິນ​ໃຫ້​ຮູ້​ວ່າ: ​ເລື່ອງ​ປິດ​ສະໜາມ​ບິນ ​ແມ່ນ​ເພື່ອ​ຮັບ​ໃຊ້​ໃຫ້​ວຽກ​ງານ ບູລະນະ​ສ້ອມ​ແປງ​ລານ​ບິນ ​ແລະ ບັນດາ​ຮາກ​ຖານ​​ອື່ນໆ.

ຂ່າວ/ບົດ​ອື່ນ