ຊີຣີຮຽກຮ້ອງອາເມລິກາແລະຕວກກີຖອນທະຫານ

(VOVWORLD) - ທ່ານຫົວໜ້າຄະນະເຈລະຈາຂອງລັດຖະບານຊີຣີ, ເອກອັກຄະລັດຖະທູດຊີຣີ ປະຈຳສະຫະປະຊາຊາດ Bashar Jaafari ໃຫ້ຮູ້ວ່າ

ຊີຣີຮຽກຮ້ອງອາເມລິກາແລະຕວກກີຖອນທະຫານ - ảnh 1 ຫົວໜ້າຄະນະເຈລະຈາຂອງລັດຖະບານຊີຣີ, ເອກອັກຄະລັດຖະທູດຊີຣີ

ປະຈຳສະຫະປະຊາຊາດ Bashar Jaafari

(ພາບ: THX/TTXVN)

ໃນຮອບເຈລະຈາຄັ້ງທີ 8 ກ່ຽວກັບຊີຣີ ຢູ່ Astanna, ປະເທດກາຊັກສະຖານ ຫຼື ເອີ້ນວ່າ Astana – 8, ຜູ້ຕາງໜ້າອຳນາດການປົກຄອງຊີຣີ ໄດ້ຍົກອອກຄຳຮຽກຮ້ອງໃຫ້ອາເມລິກາ ແລະ ຕວກກີ ຖອນທະຫານ. ທີ່ຮອບເຈລະຈາຄັ້ງນີ້, ບັນດາຝ່າຍໄດ້ເປັນເອກະພາບຕໍ່ກອງປະຊຸມໃຫຍ່ເຈລະຈາກ່ຽວກັບບັນຫາຊີຣີ ເພື່ອແນໃສ່ສ້າງສັນຕິພາບຢູ່ປະເທດຕາເວັນອອກາງນີ້ຄືນໃໝ່ ຈະໄດ້ຮັບການຈັດຕັ້ງຢູ່ນະຄອນ Sochi ຂອງລັດເຊຍ ໃນວັນທີ 29 – 30 ມັງກອນ 2018.

ຕອບກັບ

ຂ່າວ/ບົດ​ອື່ນ