ຊາວ ອີຣານ 153 ຄົນຖືກເສຍຊີວິດ ໃນເຫດແຜ່ນດິນໄຫວ 2 ຄັ້ງ

ຊາວ ອີຣານ 153 ຄົນຖືກເສຍຊີວິດ ໃນເຫດແຜ່ນດິນໄຫວ 2 ຄັ້ງ - ảnh 1
ຜູ້ຮັບບາດເຈັບພວມໄດ້ຮັບການປິນປົວ

(vovworld) - ​ກະຊວງ​ພາຍ​ໃນ ອີຣານ ​ໃຫ້​ຮູ້​ວ່າ: ​ເຫດ​ແຜ່ນດິນ​ໄຫວ 2 ຄັ້ງ​ເກີດ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 11/8 ໄດ້​ທຳລາຍໝູ່​ບ້ານ​ຫຼາຍ​ແຫ່ງ ຢູ່​ເຂດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ​ຂອງ​ປະ​ເທດ​ນີ້, ​ອັນ​ໄດ້​ເຮັດ​ໃຫ​້ມີຜູ້​ເສຍ​ຊີວິດ 153 ຄົນ ​ແລະ ຜູ້​ຮັບ​ປາດ​ເຈັບ 700 ຄົນ. ຕາມ​ອົງການ​ສຳ​ຫຼວດທໍ​ລະ​ນີ ຂອງ ​ອາ​ເມ​ລິ​ກາ​ແລ້ວ, ​ເຫດ​ແຜ່ນດິນ​ໄຫວ​ທຳ​ອິດ​ແທກ​ໄດ​້ຄວາມ​ແຮງ 6,4 ຣິດ​ເຕີ ​ໄດ້​ເກີດ​ຂຶ້ນ​ຢູ່​ເຂດ​ໃກ້​ກັບ​ນະຄອນ Tabriz, ຢູ່​ເຂດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ ອີຣານ. ມີ​ໝູ່ບ້ານ 6 ​ແຫ່ງ​ຢູ່​ທີ່​ນີ້ຖືກ​ທຳລາຍ​ທັງ​ໝົດ ​ແລະ ບາງ​ເຂດ​ອ້ອມ​ຂ້າງ​ກໍ່​ຖືກ​ຜົນ​ສະທ້ອນ​ຢ່າງ​ໜັກໜ່ວງ. ​ເຫດ​ແຜ່ນດິນ​ໄຫວ​ຄັ້ງ​ທີ 2​ເກີດ​ຂຶ້ນ​ຖັດຈາກ​ຄັ້ງທີ 1 ປະມານ 11 ນາ​ທີ, ມີ​ລະດັບ​ຄວາມ​ແຮງ 6,3 ຣິດ​ເຕີ. ອີຣານ ຕັ້ງ​ຢູ່​ເຂດ​ເຄີຍ​ຕ້ອງ​ຮັບຜົນ​ສະທ້ອນ​ຈາກ​ບັນດາ​ເຫດ​ແຜ່​ດິນ​ໄຫວ​ທີ່​ມີ​ລະດັບ​ຄວາມ​ແຮງ​ສູງ ​ແລະ ລະດັບ​ທຳລາຍ​ຢ່າງ​ຮ້າຍ​ແຮງ. ​ເມື່ອປີ 2003, ມີ​ເຫດ​ແຜ​່ນດິນ​ໄຫວ​ຄັ້ງ​ໜຶ່ງ ​ເກີດ​ຂຶ້ນ​ຢູ່​ນະຄອນ Bam ຂອງ​ປະ​ເທດ​ນີ້​ໄດ້​​ເຮັດໃຫ້​ມີຜູ້​ເສຍ​ຊີວິດ 25.000 ຄົນ.

ຂ່າວ/ບົດ​ອື່ນ