ທ່ານນາງ Daria Mishukova
ພາບ:internet
|
(vovworld)- ວັນທີ 5/7 ຢູ່ ຮ່າໂນ້ຍ ໄດ້ຈັດການແນະນຳປື້ມກ່ຽວກັບວັດທະນະທຳຫວຽດນາມດ້ວຍພາສາຫວຽດ ໂດຍນັກຂຽນ Daria Mishukova ຊາວລັດເຊຍ ເປັນຜູ້ຂຽນ. ປື້ມຫົວນີ້ແມ່ນແນະນຳຢ່າງຄົບຖ້ວນ, ລະອຽດ ກ່ຽວກັບວັດທະນະທຳ, ປະເທດຊາດ, ຊາວຫວຽດນາມ, ສ້າງພາບພົດສວຍງາມກ່ຽວກັບປະເທດຊາດຫວຽດນາມ ໃຫ້ແກ່ເພື່ອນຜູ້ອ່ານລັດເຊຍ, ປະກອບສ່ວນເຂົ້າໃນການໂຄສະນາວັດທະນະທຳ, ຊຸກຍູ້ການພັດທະນາການທ່ອງທ່ຽວຫວຽດນາມ. ມີຫລາຍອົງການ, ຫົວຫນ່ວຍພາຍໃນ ແລະ ຕ່າງປະເທດຕີລາຄາສູງກ່ຽວກັບເນື້ອໃນຂອງປື້ມຫົວນີ້.