ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ເຊັກ​ໂກແຜ່​ບໍ​ລິ​ຈາກ​ເງິ​ນ​ກ່​ວາ 73.000 USD ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ທີ່​ຖືກ​ຜົນ​ສະ​ທ້ອນ​ຈາກ​ພາ​ຍຸ Yagi

(VOVWORLD) - ທ່ານ ຫງວຽນຢຸຍຍຽນ, ປະທານສະມາຄົມຊາວຫວຽດນາມອາໄສຢູ່ເຊັກໂກ ໄດ້ສະແດງຄວາມປິຕິຊົມຊື່ນ ເມື່ອພາຍຫຼັງສອງວັນປຸກລະດົມ ໄດ້ຮັບການແຜ່ບໍລິຈາກເປັນຈຳນວນຫຼາຍທີ່ສຸດຈາກ ຊາວຫວຽດນາມອາໄສຢູ່ເຊັກກໂກ ເພື່ອຊ່ວຍເຫຼືອບ້ານເກີດເມືອງນອນ.
ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ເຊັກ​ໂກແຜ່​ບໍ​ລິ​ຈາກ​ເງິ​ນ​ກ່​ວາ 73.000 USD ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ທີ່​ຖືກ​ຜົນ​ສະ​ທ້ອນ​ຈາກ​ພາ​ຍຸ Yagi - ảnh 1ຊາວຫວຽດນາມອາໄສຢູ່ເຊັກໂກແຜ່ບໍລິຈາກເງິນກ່ວາ 73.000 USD ໃຫ້ພໍ່ແມ່ປະຊາຊົນທີ່ຖືກຜົນສະທ້ອນຈາກພາຍຸ Yagi (ພາບ: VOV)

ພາຍຫຼັງປຸກລະດົມມາເປັນ 2 ວັນ, ວັນທີ 15 ກັນຍາ, ສະມາຄົມຊາວຫວຽດນາມອາໄສຢູ່ເຊັກໂກ ໄດ້ແຜ່ບໍລິຈາກເງິນເປັນຈຳນວນ 1,8 ຕື້ ດົ່ງ (ກ່ວາ 73.000 USD) ໃຫ້ແກ່ແນວໂຮມປະເທດຊາດຫວຽດນາມ ເພື່ອແນໃສ່ໜູນຊ່ວຍ, ຊ່ວຍເຫຼືອພໍ່ແມ່ປະຊາຊົນພາຍໃນປະເທດແກ້ໄຂຜົນຮ້າຍຢ້ອຍຫຼັງຈາກພາຍຸ Yagi.

ໂດຍຕາງໜ້າສະມາຄົມຊາວຫວຽດນາມອາໄສຢູ່ ສ.ເຊັກໂກ, ທ່ານ ຫງວຽນຢຸຍຍຽນ, ປະທານສະມາຄົມຊາວຫວຽດນາມອາໄສຢູ່ເຊັກໂກ ໄດ້ສະແດງຄວາມປິຕິຊົມຊື່ນ ເມື່ອພາຍຫຼັງສອງວັນປຸກລະດົມ ໄດ້ຮັບການແຜ່ບໍລິຈາກເປັນຈຳນວນຫຼາຍທີ່ສຸດຈາກ ຊາວຫວຽດນາມອາໄສຢູ່ເຊັກກໂກ ເພື່ອຊ່ວຍເຫຼືອບ້ານເກີດເມືອງນອນ. ທ່ານໂງຊີລອງ, ປະທານສະມາຄົມຊາວຫວຽດນາມຢູ່ Teplice ແລະ ເຂດໃກ້ຄຽງ ແບ່ງປັນວ່າ:

ໂດຍຕອບສະໜອງຄວາມຮຽກຮ້ອງຂອງສູນກາງສະມາຄົມຊາວຫວຽດນາມ ແລະ ສະຖານທູດ ຫວຽດນາມປະຈຳ ສ.ເຊັກໂກ, ຜ່ານພາຫະນະສື່ມວນຊົນ, ພວກຂ້າພະເຈົ້າໄດ້ຮູ້ຂ່າວວ່າ ຜົນເສຍຫາຍຕໍ່ກັບຫວຽດນາມແມ່ນໃຫຍ່ຫຼວງທີ່ສຸດ ດັ່ງນັ້ນ ພວກຂ້າພະເຈົ້າໄດ້ປຸກລະດົມພໍ່ແມ່ປະຊາຊົນໝົດທຸກຄົນໃນສະມາຄົມຢູ່ Teplice ແລະ ບັນດາເຂດໃກ້ຄຽງ ແລະ ໄດ້ຮັບການສະໜັບສະໜູນຢ່າງສຸດໃຈ. ພໍ່ແມ່ປະຊາຊົນໄດ້ຕັ້ງໜ້າປະກອບສ່ວນ ແລະ ພາຍຫຼັງ 2 ວັນພວກຂ້າພະເຈົ້າໄດ້ຮັບເງິນເປັນຈຳນວນເກືອບ 12.000 USD ແລ້ວສົ່ງໄປຍັງສູນກາງສະມາຄົມເພື່ອສົ່ງກັບເມືອຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ