ຊາວຫວຽດນາມອາໄສຢູ່ໄທຍາມໃດກໍອວ່າຍໜ້າເມືອຫາບ້ານເກີດເມືອງນອນ

ຊາວຫວຽດນາມອາໄສຢູ່ໄທຍາມໃດກໍອວ່າຍໜ້າເມືອຫາບ້ານເກີດເມືອງນອນ - ảnh 1
(ພາບປະກອບ)

(vovworld) – ຕອນ​ຄໍ່າວັນ​ທີ 17/10, ຢູ່​ແຂວງ ສະກົນ ນະຄອນ, ​ເຊິ່ງ​ເປັນ​ແຂວງ​ຕັ້ງ​ສຳນັກງານ​ສະມາຄົມ​ຊາວ​ຫວຽດນາມ​ອາ​​ໄສ​ຢູ່​​ໄທ, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ, ຫົວໜ້າ​ຄະນະ​ກຳມະການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ຫວູຮົ່ງນາມ ​ໄດ້​ມີ​ການ​ພົບ​ປະ​ກັບ​ຜູ້​ແທນ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ໄທ ​ເກືອບ 1.000 ຄົນ. ຢູ່​ທີ່​ນີ້, ທ່ານ ຫວູຮົ່ງນາມ ຢືນຢັນ​ວ່າ, ດ້ວຍ​ຄວາມ​ໄວ້​ເນ​ື້ອ​ເຊື່ອ​ໃຈດ້ານ​ການ​ເມືອງ ​ແລະ ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ​ເຊິ່ງ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ແລ້ວ, ການ​ພົວພັນ​ລະຫວ່າງ​ຫວຽດນາມ - ​ໄທ ມີ​ພື້ນຖານ​ຢ່າງ​ໝັ້ນ​ແກ່ນ​ເພື່ອ​ສືບ​ຕໍ່​ພັດ​ທະນາ​ຢ່າງ​ແຮງ. ທ່ານ​ເນັ້ນ​ໜັກ​ວ່າ, ​ເພື່ອ​ຊຸກຍູ້​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ​ກວ່າ, ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ເວົ້າ​ລວ​ມ ​ແລະ ພໍ​ແມ່ປະຊາຊົນ​ແຕ່ລະຄົນ​ເວົ້າ​ສ​ະ​ເພາະ​ລ້ວນ​ແຕ່​ສວມ​ບົດບາດ​ສຳ​ຄັນຍິ່ງ. ສະຫະ​ສະມາຄົມ​ຊາວ​ຫວຽດນາມ​ອາ​​ໄສ​ຢູ່​​ໄທ ຈະ​ສືບ​ຕໍ່​ເປັນ​ບ່ອນ​ເຕົ້າ​ໂຮມ, ​ແມ່ນ​ຂົວ​ເຊື່ອມ​ຕໍ່​​ໃຫ້​ພໍ່​​ແມ່​ປະຊາຊົນສາມັກ​ຄີ, ພ້ອມ​ກັນ​ປະຕິບັດ​ໜ​້າທີ່​ນັ້ນ.

ຂ່າວ/ບົດ​ອື່ນ