(VOVWORLD) - ແຕ່ວັນທີ 12 – 13 ຕຸລາ, ທີ່ນະຄອນຫລວງ ມົດສະກູ ສະຫະພັນ ລັດເຊຍ ໄດ້ດຳເນີນກອງປະຊຸມລັດຖະມົນຕີກ່ຽວກັບວຽກງານຊາວໜຸ່ມແຫ່ງຊາດ.
ທີ່ກອງປະຊຸມ (ພາບ: TTXVN) |
ເຂົ້າຮ່ວມກອງປະຊຸມ ມີ ຄະນະຜູ້ແທນທີ່ມາຈາກທົ່ວ 5 ທະວີບປະມານ 70 ຄະນະ. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານຮອງລັດຖະມົນຕີກະຊວງພາຍໃນ ຫງວຽນຈ້ອງເທື່ອ ນຳໜ້າເຂົ້າຮ່ວມກອງປະຊຸມ.
ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລືບັນດາຫົວເລື່ອງຄື: ການສຶກສາ, ວິທະຍາສາດ, ສາທາລະນະສຸກ, ການກຳນົດທິດອາຊີບໃຫ້ຊາວໜຸ່ມ. ກອງປະຊຸມໄດ້ເນັ້ນໜັກເຖິງຄວາມຈຳເປັນ ຂອງການຮັບປະກັນຄວາມໝັ້ນຄົງກ່ຽວກັບຊີວະພາບໃນໂລກທັນສະໄໝ, ກໍ່ຄືບັນດາມາດຕະການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຜົນຮ້າຍຢ້ອນຫລັງຈາກການປ່ຽນແປງຂອງດິນຟ້າອາກາດ, ຮັບປະກັນອະນາຄົດໃຫ້ມີສຸຂະພາບແຂງແຮງ ແລະ ຄວາມຜາສຸກຂອງຊາວໜຸ່ມ.