ຊາວໜຸ່ມກັບບັນດາຂໍ້ລິເລີ່ມເພື່ອການພັດທະນາແບບຍືນຍົງຂອງ ຫວຽດນາມ

(VOVWORLD) - 9 ໂຄງການໂດຍຊາວໜຸ່ມເປັນເຈົ້າການໃນຫຼາຍຂົງເຂດ, ຈາກການເບິ່ງແຍງດູແລສຸຂະພາບ, ຕະຫຼອດຮອດການປົກປັກຮັກສາສິ່ງແວດລ້ອມ, ໄດ້ວາງສະແດງ ແລະ ແນະນຳຢູ່ຫ້ອງການສະຫະປະຊາຊາດປະຈຳ ຫວຽດນາມ

        ວັນທີ 15 ທັນວາ, ຢູ່ ຮ່າໂນ້ຍ, ຫ້ອງການສະຫະປະຊາຊາດ ປະຈຳ ຫວຽດນາມ ໄດ້ຈັດເຫດການມີຊື່ວ່າ “ຊາວໜຸ່ມກັບບັນດາຂໍ້ລິເລີ່ມ, ປະດິດຄິດສ້າງເພື່ອການພັດທະນາແບບຍືນຍົງຂອງ ຫວຽດນາມ”. ນີ້ແມ່ນເຫດການເພື່ອໃຫ້ບັນດາກຸ່ມຊາວໜຸ່ມແນະນຳໂຄງການໂດຍເຂົາເຈົ້າລິເລີ່ມ, ດ້ວຍເປົ້າໝາຍເພື່ອປະຊາຄົມ ແລະ ການພັດທະນາແບບຍືນຍົງ.

        9 ໂຄງການໂດຍຊາວໜຸ່ມເປັນເຈົ້າການໃນຫຼາຍຂົງເຂດ, ຈາກການເບິ່ງແຍງດູແລສຸຂະພາບ, ຕະຫຼອດຮອດການປົກປັກຮັກສາສິ່ງແວດລ້ອມ, ໄດ້ວາງສະແດງ ແລະ ແນະນຳຢູ່ຫ້ອງການສະຫະປະຊາຊາດປະຈຳ ຫວຽດນາມ, ສະແດງໃຫ້ເຫັນຢ່າງຈະແຈ້ງກ່ຽວກັບບົດບາດຂອງຊາວໜຸ່ມໃນການກຳນົດທິດອະນາຄົດ. ຕາມທ່ານນາງ Pauline Fatima Tamesis, ຜູ້ປະສານງານຂອງສະຫະປະຊາຊາດປະຈຳ ຫວຽດນາມ ແລ້ວ, ເພື່ອຍູ້ໄວລະດັບການປະຕິບັດໂຄງການດຳເນີນງານ 2030 ກ່ຽວກັບການພັດທະນາແບບຍືນຍົງ, ໂລກຕ້ອງມີແນວຄວາມຄິດໃໝ່, ໃນນັ້ນຊາວໜຸ່ມສວມບົດບາດສຳຄັນຍິ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ