ຊາວໜຸ່ມແບ່ງປັນຄວາມຄາດຫວັງ, ຂໍ້ສະເໜີກ່ຽວກັບວຽກງານບຳລຸງສ້າງອາຊີບ

(VOVWORLD) -ເວທີປາໄສແມ່ນການເຄື່ອນໄຫວທີ່ມີຄວາມໝາຍຢ່າງແທດຈິງໃນສະພາບໂລກລະບາດແຜ່ລະບາດ ແລະ ການພັດທະນາວິທະຍາສາດ - ເຕັກໂນໂລຊີ ຢ່າງແຮງ.
ຊາວໜຸ່ມແບ່ງປັນຄວາມຄາດຫວັງ, ຂໍ້ສະເໜີກ່ຽວກັບວຽກງານບຳລຸງສ້າງອາຊີບ - ảnh 1ເວທີປາໄສນະໂຍບາຍແຫ່ງຊາດກ່ຽວກັບໄວໜຸ່ມ ຫວຽດນາມ ປີ 2022 ຈະໄດ້ຈັດຂຶ້ນໃນວັນ 30 ມີນາ
(ພາບ: tuoitre.vn)

ເວທີປາໄສນະໂຍບາຍແຫ່ງຊາດກ່ຽວກັບໄວໜຸ່ມ ຫວຽດນາມ ປີ 2022 ດ້ວຍຫົວຂໍ້ “ບຳລຸງສ້າງອາຊີບໃຫ້ແກ່ຊາວໜຸ່ມ” ຈະໄດ້ຈັດຂຶ້ນໃນວັນ 30 ມີນາ ຢູ່ຫ້ອງປະຊຸມ ຢຽນຮົ່ງ, ຫໍສະພາແຫ່ງຊາດ. ເວທີປາໄສແມ່ນການເຄື່ອນໄຫວທີ່ມີຄວາມໝາຍຢ່າງແທດຈິງໃນສະພາບໂລກລະບາດແຜ່ລະບາດ ແລະ ການພັດທະນາວິທະຍາສາດ - ເຕັກໂນໂລຊີ ຢ່າງແຮງ. ເວທີປາໄສໄດ້ປະກອບສ່ວນຍົກສູງສະຕິຄວາມຮັບຮູ້ຂອງຊາວໜຸ່ມ ແລະ ທົ່ວສັງຄົມກ່ຽວກັບນະໂຍບາຍບຳລຸງສ້າງອາຊີບ; ແມ່ນກາລະໂອກາດເພື່ອໃຫ້ຊາວໜຸ່ມແບ່ງປັນຄວາມຄາດວັງ, ຍົກອອກຂໍ້ສະເໜີຕໍ່ອົງການຂອງລັດກ່ຽວກັບວຽກງານບຳລຸງສ້າງອາຊີບ, ຕອບສະໜອງຄວາມຮຽກຮ້ອງໃນໄລຍະປະຈຸບັນ.

        ເວທີປາໄສຍັງສະໜອງພື້ນຖານໃຫ້ກຳມາທິການວັດທະນະທຳ, ການສຶກສາຂອງສະພາແຫ່ງຊາດ ແລະ ບັນດາອົງການຂອງສະພາແຫ່ງຊາດ ສະເໜີຕໍ່ສະພາແຫ່ງຊາດ, ລັດຖະບານ ບັນດານະໂຍບາຍກ່ຽວກັບການບຳລຸງສ້າງອາຊີບໃຫ້ແກ່ຊາວໜຸ່ມເພື່ອສົມກັບສະພາບການຕົວຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ