ຊາອຸດີ ອາຣາບີ ກະກຽມການເປີດສະຖານທູດປະຈຳອີຣັກ
(ພາບປະກອບ: AFP)
(vovworld) – ວັນທີ 03/01, ສຳນັກຂ່າວສານທາງການຂອງຊາອຸດີ ອາຣາບີ (SPA) ໄດ້ໃຫ້ຂ່າວວ່າ, ຄະນະຜູ້ແທນຂອງປະເທດນີ້ ຈະໄປເຖິງອີຣັກ ໃນອາທິດໜ້າ ເພື່ອສົ່ງເສີມບັນດາວຽກງານກະກຽມໃຫ້ແກ່ການເປີດສະຖານທູດປະຈຳ ແບກແດດ ຄືນໃໝ່, ພາຍຫຼັງ 25 ປີອັດປະຕູ. SPA ໄດ້ຄັດຖະແຫຼງການຂອງກະຊວງການຕ່າງປະເທດຊາອຸດີ ອາຣາບີ ວ່າ, ຕາມຂໍ້ຕົກລົງທີ່ບັນລຸໄດ້ກັບອີຣັກ, 2 ປະເທດຕົກລົງເປີດສະຖານທູດຊາອຸດີ ອາຣາບີ ຢູ່ແບກແດດ ແລະ ກົງສູນໃຫຍ່ປະຈຳ ອາບີ, ເມືອງເອກຂອງເຂດເຄິ່ງປົກຄອງດ້ວຍຕົນເອງຂອງຊາວເກີດ ຢູ່ອີຮັກ ຄືນໃໝ່. ຄະນະກຳມະການວິຊາການຂອງກະຊວງການຕ່າງປະເທດຊາອຸດີ ອາຣາບີ ຈະໄປເຖິງແບກແດດ ໃນອາທິດໜ້າ ແລະ ຈະສົມທົບກັບກະຊວງການຕ່າງປະເທດອີຣັກ ເລືອກເອົາສະຖານທີ່ກໍ່ສ້າງສຳນັກງານ ກໍ່ຄືບັນດາເຄື່ອງອຸປະກອນຈຳເປັນເພື່ອໃຫ້ 2 ກະຊວງການຕ່າງປະເທດນີ້ເຂົ້າເຄື່ຶອນໄຫວໂດຍໄວ.