ຍົກຍ້າຍປະຊາຊົນໄປເຂດປອດໄພກ່ອນທີ່ພາຍຸ Goni ພັດເຂົ້າ

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີກໍ່ສະເໜີໃຫ້ກອງບັນຊາການທະຫານຊາຍແດນ ສົມທົບກັບກົມໃຫຍ່ສິນໃນນ້ຳ ແລະ ບັນດາແຂວງ, ນະຄອນ ຮຽກຮ້ອງໃຫ້ກ່ຳປັ່ນໄປຫາຈອດຢູ່ບັນດາເຂດປອດໄພ, ບໍ່ເດີນເຂົ້າເຂດອັນຕະລາຍ

ຍົກຍ້າຍປະຊາຊົນໄປເຂດປອດໄພກ່ອນທີ່ພາຍຸ Goni ພັດເຂົ້າ - ảnh 1 ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິ່ງຢຸງ ກ່າວຄຳເຫັນທີ່ກອງປະຊຸມ

(ພາບ: nhandan.com.vn)

ທີ່ກອງປະຊຸມໃນວັນທີ 02 ພະຈິກ, ຢູ່ຮ່າໂນ້ຍ ກ່ຽວກັບການຮັບມືກັບພາຍຸ Goni, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິ່ງຢຸງ, ຫົວໜ້າຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານໄພທຳມະຊາດ, ປະທານຄະນະກຳມະການແຫ່ງຊາດຮັບມືກັບການເກີດເຫດຈາກໄພທຳມະຊາດ ແລະ ຊອກຫາກູ້ໄພກູ້ຊີບ, ໄດ້ຮຽກຮ້ອງໃຫ້ບັນດາແຂວງ, ນະຄອນ, ນອກຈາກເລື່ອງເປັນເຈົ້າການຮັບມືກັບພາຍຸ Goni ແລ້ວ, ຄວນສືບຕໍ່ແກ້ໄຂຜົນຮ້າຍຢ້ອນຫຼັງຈາກນ້ຳຖ້ວມ ແລະ ພາຍຸຫົວທີ 9 (Molave) ທີ່ຜ່ານມາ. ທ່ານຮອງນາຍົກລັດຖະມົນຕີກໍ່ສະເໜີໃຫ້ກອງບັນຊາການທະຫານຊາຍແດນ ສົມທົບກັບກົມໃຫຍ່ສິນໃນນ້ຳ ແລະ ບັນດາແຂວງ, ນະຄອນ ຮຽກຮ້ອງໃຫ້ກ່ຳປັ່ນໄປຫາຈອດຢູ່ບັນດາເຂດປອດໄພ, ບໍ່ເດີນເຂົ້າເຂດອັນຕະລາຍ, ຍົກຍ້າຍປະຊາຊົນໃຫ້ອອກຈາກເຂດລ້ຽງປາກະຊັງ ກ່ອນທີ່ພາຍຸ Goni ພັດເຂົ້າເຂດດິນຕໍ່ແຜ່ນ. ນອກຈາກນັ້ນ, ຕ້ອງຮັບປະກັນຄວາມປອດໄພໃຫ້ບັນດາໜອງເກັບນ້ຳຂອງເຂື່ອນໄຟຟ້ານ້ຳຕົກ, ຊົນລະປະທານ, ຄັນຄູ.

        ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ເນັ້ນໜັກວ່າ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຕ້ອງສ້າງແຜນທີ່ກ່າວເຕືອນເຂດມີຄວາມສ່ຽງເກີດດິນເຊາະເຈື່ອນ, ນ້ຳຖ້ວມໂດຍໄວ; ຈົ່ງຕິດຕາມແຜນຜັນແປຂອງພາຍຸ Goni ຢ່າງເຄັງຄັດ, ປະກາດບັນດາແຫຼ່ງຂ່າວພະຍາກອນ, ກ່າວເຕືອນຢ່າງທັນການ ເພື່ອຮັບໃຊ້ວຽກງານຊີ້ນຳ, ສື່ມວນຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ