ຍົກສູງກຳລັງຄວາມສາມາດໃຫ້ແກ່ບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍເພື່ອເພີ່ມທະວີການເຊື່ອມຕໍ່ແມ່ນ້ຳຂອງ - ສ.ເກົາຫຼີ

(VOVWORLD) - ເວທີປາໄສແມ່ນໂອກາດເພື່ອພົບປະ, ແລກປ່ຽນບົດຮຽນ, ຂໍ້ມູນຂ່າວໃນການແກ້ໄຂບັນດາຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ ເພື່ອຍົກສູງກຳລັງຄວາມສາມາດໃຫ້ແກ່ບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ
ຍົກສູງກຳລັງຄວາມສາມາດໃຫ້ແກ່ບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍເພື່ອເພີ່ມທະວີການເຊື່ອມຕໍ່ແມ່ນ້ຳຂອງ - ສ.ເກົາຫຼີ - ảnh 1ເວທີປາໄສພົບປະພາກທຸລະກິດ ແມ່ນ້ຳຂອງ - ສ.ເກົາຫຼີ
(ພາບ: lnr.org.la)

        ເວທີປາໄສພົບປະພາກທຸລະກິດ ແມ່ນ້ຳຂອງ - ສ.ເກົາຫຼີ ຄັ້ງທີ 12 ຈັດຂຶ້ນໃນວັນທີ 20 ສິງຫາ, ຢູ່ນະຄອນຫຼວງ ວຽງຈັນ, ດ້ວຍຫົວຂໍ້ “ຍົກສູງກຳລັງຄວາມສາມາດໃຫ້ແກ່ບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍເພື່ອເພີ່ມທະວີການເຊື່ອມຕໍ່ໃນພາກພື້ນ ແມ່ນ້ຳຂອງ - ສ.ເກົາຫຼີ”. ເຂົ້າຮ່ວມເວທີປາໄສມີຜູ້ແທນຂອງບັນດາປະເທດສະມາຊິກ ແມ່ນ້ຳຂອງ (ລາວ, ກຳປູເຈຍ, ມຽນມາ, ຫວຽດນາມ ແລະ ໄທ) ແລະ ສ.ເກົາຫຼີ.

        ເວທີປາໄສແມ່ນໂອກາດເພື່ອພົບປະ, ແລກປ່ຽນບົດຮຽນ, ຂໍ້ມູນຂ່າວໃນການແກ້ໄຂບັນດາຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ ເພື່ອຍົກສູງກຳລັງຄວາມສາມາດໃຫ້ແກ່ບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ ຂອງບັນດາປະເທດສະມາຊິກ ແມ່ນ້ຳຂອງ, ຊ່ວຍໃຫ້ບັນດາວິສາຫະກິດນີ້ເປີດກວ້າງຕະຫຼາດ, ເພີ່ມທະວີການຊື່ອມຕໍ່ດ້ານການຄ້າ ແລະ ສ້າງເຄືອຂ່າຍດຳເນີນທຸລະກິດລະຫວ່າງພາກພື້ນແມ່ນ້ຳຂອງ ແລະ ສ.ເກົາຫຼີ, ພິເສດແມ່ນໃນຂົງເຂດສົ່ງອອກ - ນຳເຂົ້າ.

ຕອບກັບ

ຂ່າວ/ບົດ​ອື່ນ