ຍົກສູງຄຸນນະພາບການເຄື່ອນໄຫວຂອງວິສາຫະກິດສົ່ງອອກຄົນງານ

ຍົກສູງຄຸນນະພາບການເຄື່ອນໄຫວຂອງວິສາຫະກິດສົ່ງອອກຄົນງານ - ảnh 1
(ພາບປະກອບ)

(vovworld) -​ ທ່ານ ຫງວຽນ​ເລືອ​ງຈ່າວ, ປະທານ​ສະຫະ​ສະມາຄົມ​ສົ່ງ​ອອກ​ຄົນ​ງານ​ຫວຽດນາມ, ​ໃຫ້​ຮູ້​ວ່າ: ​ໄລຍະ​ຜ່ານ​ມາ, ວິ​ສາ​ຫະກິດ 90 ​ແຫ່ງ​ທີ່​ຂຶ້ນ​ກັບ ສະຫະ​ສະມາຄົມ​ສົ່ງ​ອອກ​ຄົນ​ງານ​ຫວຽດນາມ ບໍ່​ພຽງ​ແຕ່​ປ່ຽນ​ໃໝ່​ແບບ​ວິທີ​ເຄື່ອນ​ໄຫວ ​ເພື່ອ​ສົ່ງ​ຄົນ​ງານ​ໄປ​ເຮັດ​ວຽກ​ເປັນ​ປົກກະຕິ​ຢູ່​ ​ໄຕ້​ຫວັນ, ສ​ເກົາຫຼີ, ຍີ່​ຢຸ່ນ … ​ເທົ່າ​ນັ້ນ, ຫາກ​ຍັງ​ເປັນ​ເຈົ້າ​ການ,​ຊອກ​ຫາ, ພັດທະນາ​ຕະຫຼາດ​ໃໝ່​ທີ່​ມີ​ຄຸນ​ນະພາ​ບ ​ແລະ ​ເຈລະຈາ, ​ເຊັນ​ສັນຍາ​ສົ່ງ​ຄົນ​ງານ​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ​ອີກ​ດ້ວຍ. ທ່ານ ຫງວຽນ​ເລືອ​ງຈ່າວ, ປະທານ​ສະຫະ​ສະມາຄົມ​ສົ່ງ​ອອກ​ຄົນ​ງານ​ຫວຽດນາມ, ​ໃຫ້​ຮູ້​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ສະຫະ​ສະມາຄົມ​ສົ່ງ​ອອກ​ຄົນ​ງານ​ຫວຽດນາມ ສືບ​ຕໍ່​ປະຕິບັດ​ທິດ​ທາງ​ນີ້, ​ເພື່ອ​ແນ​ໃສ່​ປ່ຽນ​ໃໝ່​ການ​ເຄື່ອນ​ໄຫວ​ສົ່ງ​ຄົນ​ງານ​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ​ເທື່ອ​ລະ​ກ້າວ​ຂອງ​ວິ​ສາ​ຫະກິດ​ຕ່າງໆ ຕາມ​ທິດ​​ເປັນ​ອາຊີບ, ປະກອບສ່ວນ​ຮັກສາ​ຂອບ​ຂະໜາດ​ແຮງ​ງານ, ຕະຫຼາດ​ທີ່​ມີ​ຢູ່​ແລ້ວຢ່າງ​ໝັ້ນຄົງ ​ແລະ ​ເປີດ​ກວ້າງ​ບັນດາ​ຕະຫຼາດ​ທີ່​ເໝາະ​ສົມ​ກັບ​ຄວາມ​ສາມາດ​ຂອງ​ວິ​ສາ​ຫະກິດ, ຮັບປະກັນ​ຄາດໝາຍ​ສົ່ງ​ຄົນ​ງານ​ຫວຽດນາມ​ ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ​ໃນ​ປີ 2015 ​ແລະ ​ໃນ​ຊຸມ​ປີ​ຕໍ່ໆ​ໄປ​ໃຫ້​ໄດ້ 100.000 ຄົນ.

ຂ່າວ/ບົດ​ອື່ນ