ຍົກສູງຄຸນນະພາບການເຄື່ອນໄຫວຂອງສະພາປະຊາຊົນ

ຍົກສູງຄຸນນະພາບການເຄື່ອນໄຫວຂອງສະພາປະຊາຊົນ - ảnh 1
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫງວຽນ​ຊີງ​ຮຸ່ງ​ກ່າວ​ຄຳ​ເຫັນ
ທີ່​ກອງ​ປະ​ຊຸມ
ພາບ:bacgiang.org.vn
(vovworld)- ສືບ​ຕໍ່​ກອງ​ປະ​ຊຸມ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ສະ​ເພາະ​ກິດ, ວັນ​ທີ 16/4 ບັນ​ດາຜູ້​ແທນ ໄດ້​ສະ​ຫງວນ​ເວ​ລາມື້​ຫນຶ່ງ​ເພື່ອ​ປະ​ກອບ​ຄຳ​ເຫັນ​ໃສ່​ຮ່າງ​ກົດ​ໝາຍ​ຈັດ​ຕັ້ງ​ອຳ​ນ​າດ​ການ​ປົກ​ຄອງ​ທ້ອງ​ຖິ່ນ. ວາ​ລະ​ປຶກ​ສາ​ຫາ​ລື ຖືກ​ຖ່າຍ​ທອດ​ສົດ​ທາງ​ໂທ​ລະ​ພາບ​ເຖິງ 63 ແຂວງ, ນະ​ຄອນ​ໃນ​ທົ່ວ​ປະ​ເທດ.

        ເມື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຮ່າ​ງ​ກົດ​ໝາຍ​ໃນ​ຕອນ​ເຊົ້າ​ວັນ​ທີ 16/4, ຄຳ​ເຫັນ​ຂອງ​ຜູ້​ຕາງ​ຫນ້າ​ປະ​ຈຳ​ສະ​ພາ​ປະ​ຊາ​ຊົນ​ຢູ່​ບັນ​ດາ​ທ້ອງ​ຖິ່ນ ສ່ວນ​ຫລາຍ​ມີ​ຄວາມ​ເປັນ​ເອ​ກະພາບ​ຕໍ່​ວິ​ທີ​ການ​ຈັດ​ຕັ້ງ​ອຳ​ນ​າດ​ການ​ປົກ​ຄອງ​ທ້ອງ​ຖິ່ນ, ຊື່ງ​ລວມ​ມີ ສະ​ພາ​ປະ​ຊາ​ຊົນ ແລະ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ຢູ່​ ​ຫົວ​ຫນ່ວຍ​ບໍ​ລິ​ຫານທັງ​ໝົດ. ຜ່ານ​ການ​ປຶກ​ສາ​ຫາ​ລື, ບັນ​ດາ​ຜູ້​ແທນ​ສະ​ເຫນີ ຄວນ​ຮັກ​ສາ​ຮູບ​ແບບ​ ​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ຄືປະ​ຈຸ​ບັນ, ແຕ່ ຖື​ວ່າ ຮ່າງ​ກົດ​ໝາຍ​ຄວນ​ມີ​ບັນ​ດາ​ຂໍ້​ກຳ​ນົດ​ເພື່ອ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ປະ​ຊາ​ຊົນ​ຈາກ​ກົນ​ໄກ, ນະ​ໂຍ​ບາຍ​ຕະ​ຫລອດ​ຮອດ​ການ​ຈັດ​ຕັ້ງ​ກົງ​ຈັກ ແລະ ການ​ເຄື່ອນ​ໄຫວ, ພ້ອມ​ທັງ​ມີ​ການ​ດັດ​ປັບ​ຫນ້າ​ທີ່, ສິດ​ອຳ​ນາດ​ຂອງ​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ຢູ່​ບັນ​ດາ​ຫົວ​ຫນ່ວຍ​ບໍ​ລິ​ຫານ​ໃຫ້​ເໝ​າ​ະ​ສົມ​ກັບ​ຈຸດ​ພິ​ເສດ​ຂອງ​ຊົນ​ນະ​ບົດ ແລະ ຕົວ​ເມືອງ.

ຂ່າວ/ບົດ​ອື່ນ