ຍົກສູງປະສິດທິຜົນຍຸດທະສາດການພັດທະນາຊາວໜຸ່ມຫວຽດນາມ

ຍົກສູງປະສິດທິຜົນຍຸດທະສາດການພັດທະນາຊາວໜຸ່ມຫວຽດນາມ  - ảnh 1
(ພາບປະກອບ)

(vovworld) -     ຕ້ອນ​ເຊົ້າ​ວັນ​ທີ 28/11, ຢູ່​ຮ່າ​ໂນ້ຍ, ກະຊວງ​ພາຍ​ໃນ ສົມທົບ​ກັບ​ສະຫະ​ປະຊາ​ຊາດ ປະຈຳ​ຫວຽດນາມ ຈັດ​ຕັ້ງ​ກອງ​ປະຊຸມ “ຍົກ​ສູງ​ປະສິດທິ​ຜົນ​ຜັນ​ຂະຫຍາຍ​ການ​ປະຕິບັດ​ຍຸດ​ທະ​ສາດ​ພັດທະນາ​​ຊາວ​ໜຸ່ມຫວຽດນາມ ​ໄລຍະ 2011 - 2020”. ຜູ້ຕາງໜ້າ​ການ​ນຳ​ບັນດາ​ກະຊວງ, ຂະ​ແໜງ​ການ​ສູນ​ກາງ ​ແລະ ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ​​ໄດ້ເຂົ້າ​ຮ່ວມ. ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ: ຜ່ານ​ໄລຍະ 1 ປີ​ແຫ່ງ​ການຜັນ​ຂະຫຍາຍ, ຍຸດ​ທະ​ສາດ​ພັດທະນາ​​ຊາວໜຸ່ມ​ໄລຍະ 2011 – 2020, ​ໄດ້​ເບິ່ງ​ແຍງ​ດູ​ແລ, ບຳລຸງ ​ແລະ ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຊາວ​ໜູ່ມ​ໃນ​ໄລຍະ​ປະ​ຈຸ​ບັນ​ເທື່ອ​ລະ​ກ້າວ. ​ແຕ່​ວ່າ, ມີ​ບາງ​ນະ​ໂຍບາຍ​ບໍ່​ທັນ​ຕິດ​ພັນ​ກັບ​ຄວາມ​ຕ້ອງການ​ຂອງ​ສະພາບຕົວ​ຈິງ. ມີ​ຫຼາຍ​ເນື້ອ​ໃນ​​ປະກາດ​​ໃຊ້​ມີລັກສະນະ​ອັດຕະ​ວິ​ໄສ, ບໍ່​ຄົບ​ຊຸດ, ບໍ່ມີ​ຫົວຄິດ​ປະດິດ​ສ້າງ, ຍຸດ​ທະ​ສາດ​ບໍ່​ທັນ​​ເໝາະ​ສົມ​ກັບ​​ເງື່ອນ​ໄຂ​ພັດທະນາ​ເສດຖະກິ​ດສັງຄົມ ​ແລະ ລັກສະນະ​ສະ​ເພາະ​ຂອງ​ກະຊວງ, ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ. ຕາມ​ບັນດາ​ຜູ້​ແທນ​ແລ້ວ, ການ​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ຢ່າງ​ຄົບ​ຊຸດ ​ແມ່ນ​ຄວາມ​ຮຽກຮ້ອງອັນ​ຮີບ​ດ່ວນ ​​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ປະສິດທິ​ຜົນ​ຍຸດ​ທະ​ສາດ​ຊາວ​ໜຸ່ມ​​ໃນ​ໄລຍະ​ຈະ​ມາ​ເຖິງ. ພ້ອມ​ທັງ, ປະກາດ​ໃຊ້​ຂໍ້​ກຳນົດ​ກ່ຽວ​ກັບ​ລະບອບ, ນະ​ໂຍບາຍ​ເສີມ​ຂະຫຍາຍ​ບົດບາດ​ຂອງ​​ຊາວ​ໜຸ່ມ​ທຸກ​ຂັ້ນ​ໂດຍ​ໄວ​, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ບັນຫາ​ສຶກສາ, ສາທາລະນະ​ສຸກ ​ແລະ ​ແກ້​ໄຂ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່ຊາວ​ໜຸ່ມ… ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ຮັບ​ເອົາ​ຄຳ​ຄິດ​ຄຳ​ເຫັນ​, ສົ່ງ​ເສີມ​ຊາວໜຸ່ມປະກອບ​ປັນຍາ​ຫົວຄິດ​ປະດິດ​ສ້າງ, ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ນະ​ໂຍບາຍ, ຍຸດ​ທະ​ສາດ​ພັດທະນາ​ຂອງ​ຂະ​ແໜງ, ​ເພີ່ມ​ທະວີ​ການ​ສົມທົບ​ລະຫວ່າງ​ການ​ສຶກສາ​ດ້ານ​ກົດໝາຍ ກັບ​ການ​ສຶກສາ​ດ້ານ​ເຈດ​ຈຳນົງ​ຄູນ​ສົມບັດ, ​ແບບ​ແຜນ​ດຳລົງ​ຊີວິດ.

ຂ່າວ/ບົດ​ອື່ນ