ຍົກສູງປະສິດທິຜົນວຽກງານການຕ່າງປະເທດປະຊາຊົນ

(VOVWORLD) -ໃນວັນທີ 28 ທັນວາ, ຢູ່ ຮ່າໂນ້ຍ, ສະຫະສະມາຄົມບັນດາອົງການມິດຕະພາບ ຫວຽດນາມ ຈັດຕັ້ງການໂອ້ລົມສົນທະນາກ່ຽວກັບການເຄື່ອນໄຫວຂອງບັນດາອົງການຈັດຕັ້ງສະມາຊິກທີ່ສູນກາງໃນປີ 2017.

ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານ ດົນຕ໋ວນຟອງ ຮອງປະທານ ທັງເປັນ ເລຂາທິການໃຫຍ່ ຮັບຜິດຊອບສະຫະສະມາຄົມບັນດາອົງການມິດຕະພາບ ຫວຽດນາມ, ໃຫ້ຮູ້ວ່າ ຈຸດປະສົງຂອງການໂອ້ລົມສົນທະນາເພື່ອແນໃສ່ຮັບຟັງຄຳເຫັນຂອງບັນດາອົງການຈັດຕັ້ງສະມາຊິກເພື່ອຍົກສູງປະສິດທິຜົນວຽກງານການຕ່າງປະເທດປະຊາຊົນໃນໄລຍະຈະມາເຖິງ. ທ່ານ ດົນຕ໋ວນຟອງ ສະເໜີໃນໄລຍະຈະມາເຖິງ, ບັນດາອົງການຈັດຕັ້ງສະມາຊິກບໍ່ພຽງແຕ່ເສີມຂະຫຍາຍທ່າແຮງຂອງຕົນເທົ່ານັ້ນ, ຫາກຍັງຕ້ອງການມີການສົມທົບກັນຢ່າງຕັ້ງໜ້າ, ແບ່ງປັນບົດຮຽນເຊິ່ງກັນ ແລະ ກັນເພື່ອສ້າງເປັນກຳລັງແຮງສັງລວມ. ພິເສດແມ່ນໃນວິວັດແຫ່ງການເຄື່ອນໄຫວ, ບັນດາອົງການຈັດຕັ້ງສະມາຊິກຄວນມີໄຫວພິບກວ່າໃນຂອດຈັດຕັ້ງ, ບໍລິຫານ, ຜ່ານນັ້ນຍົກສູງປະສິດທິຜົນວຽກງານການຕ່າງປະເທດປະຊາຊົນ.

        ທີ່ການໂອ້ລົມສົນທະນາ, ບັນດາຜູ້ແທນກໍ່ຍົກອອກຫຼາຍຄຳເຫັນ, ມາດຕະການເພື່ອແນໃສ່ຍົກສູງປະສິດທິຜົນວຽກງານການຕ່າງປະເທດປະຊາຊົນໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ