ຍົກເລີກບັນດາ ໂຄງການເຂື່ອນ ໄຟຟ້ານ້ຳຕົກບໍ່ມີ ປະສິດທິຜົນ

ຍົກເລີກບັນດາ ໂຄງການເຂື່ອນ ໄຟຟ້ານ້ຳຕົກບໍ່ມີ ປະສິດທິຜົນ - ảnh 1
ເຂື່ອນໄຟຟ້ານ້ຳຕົກແຫ່ງໜຶ່ງ
(ພາບປະກອບ

​(vovworld) – ຕອນ​ເຊົ້າ​ວັນ​ທີ 26/10, ກຳມາ​ທິການ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຢີ ​ແລະ ສິ່ງ​ແວດ​ລ້ອມ ຂອງ​ສະພາ​ແຫ່ງ​ຊາດ ​ໄດ້​ຈັດ​ຕັ້ງ​ວາລະ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 7 ​ເພື່ອ​ກວດກາ​ຕີ​ລາຄາ​ບົດ​ລາຍ​ງານ​ຂອງ​ລັດຖະບານ​ກ່ຽວ​ກັບ​ໝາກຜົນ​ແຫ່ງ​ການ​ກວດກາ​ແຜນ​ກຳນົດ, ການ​ລົງທຶາກໍ່ສ້າງ​ບັນດາ​ໂຄງການ​ເຂື່ອນ​ໄຟຟ້າ​ນ້ຳຕົກ ​ແລະ ການ​ຂຸດ​ຄົ້ນ​ບັນດາ​ກິດຈະກຳ​ເຂື່ອນ​ໄຟຟ້າ​ນຳ້ຕົກ. ຜ່ານ​ການ​ກວດກາ​ມີ 424 ​ໂຄງການ​ຖືກ​ຍົກ​ເລີກ. ກ່າວ​ຄວາມ​ເຫັນ​ໄຂ​ວາລະ​ປະຊຸມ. ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ​ໄດ້ຢືນຢັນ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ພັດທະນາ​ພະລັງງານ, ​ໃນ​ນັ້ນ​ມີ​ພະລັງງານ​ໄຟຟ້າ​ນຳ້ຕົກ; ​ແລະ ຮຽກຮ້ອງ​ໃຫ້​ບັນດາ​ນັກວິທະຍາສາດ, ກຳມາ​ທິການ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຢີ ​ແລະ ສິ່ງ​ແວດ​ລ້ອມ ຂອງ​ສະພາ​ແຫ່ງ​ຊາດ ​ໄຈ້​ແຍກ​ວິທະຍາສາດ​ກ່ຽວ​ກັບ​ການວາງ​ແຜນ, ກໍ່ສ້າງ​ໂຄງການ​ເຂື່ອນ​ໄຟຟ້າ​ນຳ້ຕົກ, ​ເພື່ອ​ມີ​ທິດ​ທາງ​ແກ້​ໄຂ:

ຫວຽດນາມ​ມີ​ແມ່​ນ້ຳ​ຫຼາຍ​ລຳ, ນີ້​ແມ່ນ​ທ່າ​ແຮງ, ​ແມ່ນ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຄວນ​ໄດ້​ຮັບ​ການ​ຂຸດ​ຄົ້ນ ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ​ສັງຄົມ. ຂ້າພະ​ເຈົ້າ​ເຫັນ​ວ່າ​, ສຳລັບບັນດາ​ໂຄງການ​​ເຂື່ອນ​ໄຟຟ້າ​ນຳ້ຕົກ​ທີ່​ບໍ່​ເໝາະ​ສົມ ​ແລະ ປະຊາຊົນ​ໄດ້​ມີ​ຄຳ​ເຫັນ, ບັນດາ​ຫົວໜ່ວຍ​ຄຸ້ມ​ຄອງ​ຕ້ອງ​ລາຍ​ງານ​ຕໍ່​ຂັ້ນ​ເທິງ, ອັນ​ໃດ​ບໍ່​ຖືກຕ້ອງ ​ແມ່ນ​ຕ້ອງ​ອະພິ​ປາຍ ​ແລະ ອັນ​ໃດ​ກໍ່​ຄວາມ​ເສຍ​ຫາຍ​ແມ່ນ​ຕ້ອງ​ຢຸດຕິ​ໄວ້ ​ແລະ ​ແກ້​ໄຂ​ຜົນ​ຮ້າຍ​​ໂດຍ​ໄວ. ບັນຫາ​ວາງ​ອອກ​ນັ້ນ​ແມ່ນ, ​ໃນ​ຕໍ່ໜ້າ ​ເມື່ອ​ລົງທຶນ​ກໍ່ສ້າງ​ກິດຈະກຳ​ເຂື່ອນ​ໄຟຟ້າ​ນຳ້ຕົກ ຕ້ອງ​ມີ​ການ​ຄົ້ນ​ຄ້ວາ, ວາງ​ແຜນ​ກຳນົດ​ຢ່າງ​ລະອຽດ ​ເພື່ອ​ລາຍ​ງານ​ຕໍ່​ລັດຖະບານ ພິຈາລະນາ

ຂ່າວ/ບົດ​ອື່ນ