ຍຸດທະສາດຕ້ານISພວມປະສົບຜົນສຳເລັດ

 ຍຸດທະສາດຕ້ານISພວມປະສົບຜົນສຳເລັດ - ảnh 1
ກຳ​ລັງ IS
photo:internet

(vovworld)- ​ຍ​ຸ​ດ​ທະ​ສາດ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ຕ້ານ​ກຳ​ລັງ​​ລັດ​ອິດ​ສະ​ລາມ IS ພວມ​ໄປຖືກ​ທິດ ແລະ ນຳ​ມາ​ເຊິ່ງ​ຜົນ​ສຳ​ເລັດ​ໃນ​ເບື້ອງ​ຕົ້ນ. ນີ້​ແມ່​ນ​ຄຳ​ຖະ​ແຫລງ​ຊື່ງ​ທ່ານ Josh Earnest ເລ​ຂາ​​ການ​ຂ່າວ​ທຳ​ນຽບ​ຂາວ ຍົກ​ອອກ​ມາ, ໂດຍບໍ່​ຫົວ​ຊາ​ຕໍ່​ເລື່ອງ IS ພວມ​ປິດ​ລ​້ອມ ແລະ ໃກ້​ຈະ​ຢືດ​ຄອງ​ສະ​ຖານ​ທີ່​ຈຸດ​ສຸມ 2 ແຫ່ງນັ້ນ​ແມ່ນ ອີ​ຣັກ ແລະ ຊີ​ຣີ. ໃນ​ການ​ປະ​ຊຸມ​ຂ່າ​ວ​ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 15/10, ທ່ານ Josh Earnest ເລ​ຂາ​​ການ​ຂ່າວ​ທຳ​ນຽບ​ຂາວ ຢືນ​ຢັນ​ວ່າ ຍຸດ​ທະ​ສາດ​ຕ້ານ IS ດ້ວຍ​ບັນ​ດາ​ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ພວມ​ເສີມ​ຂະ​ຫຍາຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

        “ພວກ​ເຮົາ​ພຽງ​ໃນ​ຊຸມມື້​ຕົົ້ນ​ແຫ່ງ​ການ​ປະ​ຕິບັດ​ຍຸດ​ທະ​ສາດ​ຕ້ານ IS ແຕ່​ບັນ​ດາ​ພະ​ຍານ​ຫລັກ​ຖານ​ເບື້ອງ​ຕົ້ນ​ໄດ້​ສະ​ແດງໃຫ້​ເຫັນ​ວ່າ ຍຸດ​ທະ​ສາດນີ້​ພວມ​ປະ​ສົບ​ຜົນ​ສຳ​ເລັດ. ເລື່ອງ​ນຳ​ໃຊ້​ກຳ​ລັງ​ແຮງ​ດ້ານ​ການ​ທະ​ຫານ ບັນ​ລຸ​ໄດ້​ບັນ​ດາ​ຜົນ​ງານ​ລະ​ອຽດ ຄື​ຍູ້​ໃຫ້​ບາດ​ກ້າວ​ເດີນ​ຂອງ IS ຖອຍ​ໄປ, ສະ​ກັດ​ກັັ້ນ​ກຳ​ລັງ​ນີ້​ປິດ​ລ້ອມ​ບັນ​ດາ​ຈຸດ​ໝາຍ​ມະ​ນຸດ​ສະ​ທຳ ຫລື ເຮັດ​ໃຫ້​ຄວາມ​ສາ​ມາດ​ບັນ​ຊາ ແລະ ຄວບ​ຄຸມ​ຂອງ IS ຢູ່ ຊີ​ຣີ. ບັນ​ດາບັ້ນ​ຮົບ​ບຸກ​ໂຈມ​ຕີ​ທາງ​ອາ​ກາດນີ້ ຈະ​ບໍ່​ສາ​ມາດ​ປ່ຽນ​ແປງ​ສະ​ຖາ​ນະ​ການ​ໃນ​ເວ​ລາ​ສັ້ນໆໄດ້. ນີ້​ແມ່ນ​ບັນ​ຫາ​ຍາວ​ນານ.”

 ໃນ​ຂະ​ນະ​ນັ້ນ ກອງ​ທັບ ອາ​ເມ​ລິ​ກາ ພວມ​ບຸກ​ໂຈມ​ຕີ​ຢ່າງ​ຮ້າຍ​ແຮງ ໃສ່​ບັນ​ດາ​ທີ່​ຕັ້ງ​ກອງ​ກຳ​ລັງ IS ຢູ່ Kobani ດ້ວຍ​ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ 21 ຄັ້ງ ພຽງ​ໃນ​ວັນ​ທີ14/10

 

ຂ່າວ/ບົດ​ອື່ນ