ຍີ່ປຸ່ນ ຈະສືບຕໍ່ໜູນຊ່ວຍ ຫວຽດນາມບຳລຸງສ້າງ ຖັນແຖວພະນັກງານການນຳ

ຍີ່ປຸ່ນ ຈະສືບຕໍ່ໜູນຊ່ວຍ ຫວຽດນາມບຳລຸງສ້າງ ຖັນແຖວພະນັກງານການນຳ - ảnh 1
ທ່ານ ​ໂຕ​ຮຸຍ​ເຣືອ ຕ້ອນຮັບ​ສາດສະດາ​ຈານ Yosida Kozo
(ພາບ: TTXVN)


(vovworld) –​ ຕອນ​ບ່າຍ​ວັນ​ທີ 04/11, ຢູ່​ສຳນັກງານ​ສູນ​ກາ​ງພັກກອມ​ມູນິດ​ຫວຽດນາມ, ທ່ານ ​ໂຕ​ຮຸຍ​ເຣືອ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ, ປະທານ​ກຸ່ມ​ມິດຕະພາບ​ຫວຽດນາມ - ຍີ່ປຸ່ນ, ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ນັກ​ຊ່ຽວຊານ​ຂັ້ນ​ສູງ​ຍີ່ປຸ່ນ ​ໂດຍສາດສະດາ​ຈານ Yosida Kozo, ຫົວໜ້າ​ໃຫຍ່​ບຸກຄະລາ​ກອນແຫ່ງ​ຊາດ​ຍີ່ປຸ່ນ ນຳ​ໜ້າ, ມາ​ປະຕິບັດ​ງານ ​ແລະ ສິດ​ສອນ​ຢູ່​ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ ​ໂຕ​ຮຸຍ​ເຣືອ ປາດ​ຖະໜາ​ວ່າ,  ຍີ່ປຸ່ນ ສືບ​ຕໍ່​ແບ່ງປັນ​ບົດຮຽນ, ຮ່ວມ​ມື, ໜູນ​ຊ່ວຍ, ບັນດາ​ໂຄງການ​ຮ່ວ​ມມື​ກັບ​ຫວຽດນາມ ​ເວົ້າ​ລວມ, ກັບ​ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ​ໂຮ່ຈິ​ມິນ ​ເວົ້າ​ສະ​ເພາະ, ​ເພື່ອ​ແນ​ໃສ່​ປະກອບສ່ວນ​ບຳລຸງ​ສ້າງ​ຖັນ​ແຖວ​ພະນັກງານ​ໃຫ້​ເໝາະ​ສົມ​ກັບ​ຄວາມ​ຕ້ອງການ​ຕົວ​ຈິງ​ຂອງ​ຫວຽດນາມ, ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນຄູ່​ຮ່ວມ​ມື​ຍຸດ​ທະ​ສາດຢ່າງ​ເລິກ​ເຊິ່ງ, ກວ້າງຂວາງ​ລະຫວ່າງ​ຫວຽດນາມ - ຍີ່ປຸ່ນ. ສ່ວນ​ສາດສະດາ​ຈານ Yosida Kozo ຢືນຢັນ​ວ່າ, ຍີ່ປຸ່ນ ຖື​ເປັນ​ສຳຄັນ​ການ​ຮ່ວມ​ມື​ກັບ​ຫວຽດນາມ ​ໃນ​ວຽກ​ງານ​ບຳລຸງ​ສ້າງ, ​ແບ່ງປັນ​ບົດຮຽນ​ໃນ​ການ​ຍົກ​ສູງກຳລັງ​ຊີ້ນຳ​ຄຸ້ມ​ຄອງ​ຂອງ​ລັດຖະ​ກອນ…

ຂ່າວ/ບົດ​ອື່ນ