ຍີ່ປຸ່ນ ແລະ ສ ເກົາຫຼີ ຈັດການ ໂອ້ລົມສົນທະນາຍຸດທະສາດ

ຍີ່ປຸ່ນ ແລະ ສ ເກົາຫຼີ ຈັດການ ໂອ້ລົມສົນທະນາຍຸດທະສາດ - ảnh 1
ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຍີ່ປຸ່ນ Chikao Kawai
(ພາບ: AFP)

(vovworld) - ທີ່​ການ​​ໂອ້​ລົມສົນທະນາ​ຍຸດ​ທະ​ສາດ​ຄັ້ງທີ 12 ລະຫວ່າງ ຍີ່ປຸ່ນ ​ແລະ ສ ​ເກົາຫຼີ ຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 10/1 ຢູ່ ​ໂຕ​ກຽວ, ຮອງລັດຖະມົນຕີ​ການຕ່າງປະ​ເທດ 2 ປະ​ເທ​ດ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ຮ່ວມ​ມື​ສ້າງ, ປັບປຸງ​​ສາຍ​ພົວພັນຕ່າງໆ. ນີ້​​ແມ່ນ​ການ​ໂອ້​ລົມ​ສົນທະນາ​ຂັ້ນ​ສູງ​ທຳ​ອິດ​ນັບ​ແຕ່​ເມື່ອ 2 ປະ​ເທດ​ລ້ວນ​ແຕ່​​ມີ​ການ​ນຳ​ຄົນ​ໃໝ່​ ​ເມື່ອ​ເດືອນ​ກ່ອນ ​ເຊິ່ງຝ່າຍ​ຍີ່ປຸ່ນ ​ແມ່ນ​ທ່ານ​ນາຍົກລັດຖະມົນຕີ Shinzo Abe ສ່ວນ​ຝ່າຍ ສ ​ເກົາຫຼີ ​ແມ່ນ​ທ່ານ​ນາງ​ປະທານາທິບໍດີ Park Geun – Hye. ຕາມ​ແຈ້ງ​ຂ່າວ​ຂອງ​ກະຊວງ​ການ​ຕ່າງປະ​ເທ​ດ ຍີ່ປຸ່ນ ​ແລ້ວ, 2 ຝ່າຍ​ໄດ​້​ແລກປ່ຽນ​ທັດສະນະ​ຢ່າງ​ກົງ​ໄປ​ກົງ​ມາ ກ່ຽວ​ກັບ​ວິທີ​ຊຸກຍູ້, ​ເພີ່ມ​ທະວີ​​ການ​ພົວພັນຕ່າງໆ​ລະຫວ່າງ ຍີ່ປຸ່ນ - ສ ​ເກົາຫຼີ ກ່ວາ​ອີກ. ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຍີ່ປຸ່ນ Chikao Kawai ​ໄດ້​ແລກປ່ຽນ​ກັບ​​ຄູ່​ຕຳ​ແໜ່​ງຝ່າຍ ສ ​ເກົາຫຼີ ທ່ານ Ahn Ho Young ວ່າ: 2 ປະ​ເທດ​ແບ່ງປັນ “ບັນດາ​ຄຸນຄ່າ ​ແລະ ຜົນ​ປະ​ໂຫຍ​ດພື້ນຖານ”.  ທ່ານ Kawaiສະ​ເໜີ​ໃຫ້ 2 ຝ່າ​ຍຮ່ວມ​ມື ​ເພື່ອ​ສ້າງ​ການ​ພົວພັນ “ມຸ້ງ​ໄປ​ສູ່​ອະນາຄົດ” ​ໂດຍ​ບໍ່​ຫົວຊາ​ຕໍ່ “ບັນດາ​ບັນຫາທີ່ຫຍຸ້ງຍາກ​”. ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຍີ່ປຸ່ນ ກໍ​ຖື​ວ່າ: 2 ຝ່າຍ​ຄວນ​ສືບ​ຕໍ່​ດຳ​ເນີນ​ບັນດາ​ການ​ທາ​ບທາມ​ຄວາມ​ເຫັນ​ຢ່າງ​ແໜ້ນ​ແຟ້ນພາ​ຍຫຼັງ​​ທັງ 2 ຝ່າຍ​ລ້ວນ​ແຕ່​ມີ​ລັດຖະບານ​ໃໝ່. ທີ່​ການ​ໂອ້​ລົມ​ສົນທະນາ, 2 ຝ່າຍ​ກໍ່​​ເຫັນ​ດີ​ເປັນ​ເອກະ​ພາບ​ກັນ​ຮັກສາ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ ຍີ່ປຸ່ນ, ສ ​ເກົາຫຼີ ​ແລະ ອາ​ເມ​ລິ​ກາ ​ໃນ ບັນຫາ ສປປ ​ເກົາຫຼີ.

 

ຂ່າວ/ບົດ​ອື່ນ