ຍີ່​ປຸ່ນ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ເພີ່ມ​ທະ​ວີ​ການ​ຮ່ວມ​ສຳ​ພັນ​ທະ​ມິດ​ກັບ ອາ​ເມ​ລິ​ກາ

(VOVWORLD) - ວັນທີ 29 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida, ໃຫ້ຄຳໝັ້ນສັນຍາເພີ່ມທະວີກຳລັງຄວາມສາມາດໃນການຮັບມືກວ່າອີກຂອງການຮ່ວມສຳພັນທະມິດຄວາມໝັ້ນຄົງ ລະຫວ່າງ ຍີ່ປຸ່ນ - ອາເມລິກາ. 
ຍີ່​ປຸ່ນ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ເພີ່ມ​ທະ​ວີ​ການ​ຮ່ວມ​ສຳ​ພັນ​ທະ​ມິດ​ກັບ ອາ​ເມ​ລິ​ກາ - ảnh 1ບັນດາຜູ້ແທນເຂົ້າຮ່ວມການເຈລະຈາ 2 + 2 ຢູ່ ໂຕກຽວ ໃນວັນທີ 29 ກໍລະກົດ (ພາບ: Kyodo/TTXVN)

ກ່າວຄຳເຫັນທີ່ການພົບປະກັບ ລັດຖະມົນຕີ ການຕ່າງປະເທດ ອາເມລິກາ Antony Blinken, ແລະທ່ານ Lloyd Austin ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ຢູ່ ໂຕກຽວ, ທ່ານນາຍົກລັດຖະມົນຕີ Kishida ສະແດງຄວາມຫວັງ ຈະມີ “ການປຶກສາຫາລື ແລະ ການຮ່ວມມືລະອຽດຢູ່ ຫລາຍລະດັບ ແລະ ຂອບເຂດແຕກຕ່າງກັນ”, ລວມທັງ ຂັ້ນການນຳ ແລະຂັ້ນລັດຖະມົນຕີ ເພື່ອແນໃສ່ເພີ່ມທະວີກຳລັງຄວາມສາມາດປ້ອງກັນຕົວຂອງສອງປະເທດ.

ສ່ວນທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Lloyd Austin ຕີລາຄາວ່າ: ການພົບປະເຈລະຈາ 2+2 ໃນວັນທີ 28 ກໍລະກົດ ລະຫວ່າງບັນດາທ່ານລັດຖະມົນຕີການຕ່າງປະເທດ ແລະ ການປ້ອງກັນຊາດ ຂອງຍີ່ປຸ່ນ ແລະ ອາເມລິກາ ແມ່ນບັນລຸປະສິດທິຜົນທີ່ສຸດ ແລະ ຖືວ່າ ນີ້ແມ່ນການປະຊຸມມີລັກສະນະປະຫວັດສາດ. ທ່ານ Austin ເນັ້ນຫນັກ ຄຳໝັ້ນສັນຍາປົກປັກຮັກສາ ຍີ່ປຸ່ນ ພ້ອມທັງສະແດງຄວາມປາດຖະຫນາຢາກສືບຕໍ່ເຮັດວຽກກັບເຈົ້າຫນ້າທີ່ຄູ່ຕຳແຫນ່ງ ຝ່າຍຍີ່ປຸ່ນ ເພື່ອປັບປຸງການພົວພັນສອງຝ່າຍ.

ກ່ອນຫນ້ານັ້ນ ທີ່ການພົບປະເຈລະຈາ 2+2 ຊື່ງດຳເນີນໄປຢູ່ ໂຕກຽວ ໂດຍມີການເຂົ້າຮ່ວມຂອງລັດຖະມົນຕີ ການຕ່າງປະເທດ ຍີ່ປຸ່ນ Yoko Kamikawa ແລະ ລັດຖະມົນຕີ ກະຊວງປ້ອງກັນປະເທດ ຍີ່ປຸ່ນ Minoru Kihara, ບັນດາທ່ານລັດຖະມົນຕີສອງປະເທດ ໄດ້ເຫັນດີເປັນເອກະພາບເພີ່ມທະວີກຳລັງຄວາມສາມາດການນາບຂູ່ຢ່າງເປີດກວ້າງ. ຄຽງຂ້າງນັ້ນ ຍີ່ປຸ່ນ ແລະ ອາເມລິກາ ກໍ່ເຫັນດີຍົກລະດັບບົດບາດຫນ້າທີ່ໃນການບັນຊາຂອງກຳລັງ ອາເມລິກາ ຢູ່ ຍີ່ປຸ່ນ (USFJ) ເພື່ອຮ່ວມສຳພັນທະມິດສົມທົບກັນຢ່າງມີປະສິດທິຜົນກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ