ຍີ່ປຸ່ນຄຳໝັ້ນສັນຍາອຸປະຖຳຈຳນວນເງິນກ່ວາ7,7ຕື້USDຊ່ວຍມຽນມາພັດທະນາປະເທດຊາດ

ຍີ່ປຸ່ນຄຳໝັ້ນສັນຍາອຸປະຖຳຈຳນວນເງິນກ່ວາ7,7ຕື້USDຊ່ວຍມຽນມາພັດທະນາປະເທດຊາດ - ảnh 1
ທ່ານ​ນາງ Aung San Suu Kyi  ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Shinzo Abe
(ພາບ: AP/TTXVN)

(vovworld) – ວັນ​ທີ 2/11, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Shinzo Abe ໃຫ້​ຮູ້​ວ່າ, ປະ​ເທດນີ້​ຈະ​ສະ​ໜອງ​ບ້ວງ​ເງິນ​ອຸ​ປະ​ຖຳ​ທີ່ມີ​ມູນ​ຄ່າ 800 ຕື້​ເຢັນ (ເທົ່າ​ກັບ 7,73 ຕື້USD) ໃຫ້​ມຽນ​ມາ​ໃນ​ຮອບ​ເວ​ລາ 5 ປີ​ເພື່ອ​ແນ​ໃສ່​ໜູນ​ຊ່ວຍ Nay Pyi Taw ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ສ້າງ​ສັນ​ຕິ​ພາບ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ. ກ່າວ​ຄຳ​ເຫັນ​ທີ່​ການ​ປະ​ຊຸມ​ຂ​່າວ​ຮ່ວມ​ກັບ​ຜູ້​ທີ່​ປຶກ​ສາ​ແຫ່ງ​ລັດ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ມຽນ​ມາ ທ່ານ​ນາງ Aung San Suu Kyi ພວມ​ຢູ່ຢ້ຽມ​ຢາມ ຍີ່​ປຸ່ນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Abe ໄດ້​ສະ​ແດງ​ຄວາມ​ຫວັງ​ວ່າ ບ້ວງ​ເງິນ​ອຸ​ປະ​ຖຳ​ນີ້​ຈະ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ ມຽນ​ມາ. ໃນ​ຈຳ​ນວນ​ດັ່ງ​ກ່າວ, ຈຳ​ນວນ​ເງິນປະ​ມານ 40 ຕື້​ເຢັ​ນ​ຈະ​ໄດ້​ນ​ຳ​ໃຊ້​​ເຂົ້າໃນ​ການ​ໜູນ​ຊ່ວຍ​ບັນ​ດາ​ ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຢູ່​ປະ​ເທດ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ນີ້, ສ່ວນ​​ຈຳ​ນວນ​ທີ່ຍັງ​ເຫຼືອ​ຈະ​​ໄດ້ລົງ​ທຶນ​ເຂົ້າ​ບັນ​ດາ​ຂົງ​ເຂດ​ຄື​ສະ​ໜາມ​ບິນ, ບັນ​ດາ​ໂຄງ​ການ​​ພະ​ລັງ​ງານໄຟ​ຟ້າ.


ຂ່າວ/ບົດ​ອື່ນ