ຍີ່ປຸ່ນຮຽກຕົວເອກອັກຄະລັດຖະທູດສ.ເກົາຫຼີມາເພື່ອຄັດຄ້ານເລື່ອງເຊີອູນຖອນອອກຈາກສັນຍາ GSOMIA

(VOVWORLD) -ວັນທີ 22 ສິງຫາ, ຍີ່ປຸ່ນ ໄດ້ຮຽກຕົວທ່ານເອກອັກຄະລັດຖະທູດສ.ເກົາຫຼີ ປະຈຳຍີ່ປຸ່ນ Nam Gwan Pyo ມາ ເພື່ອແນໃສ່ຄັດຄ້ານຂໍ້ຕົກລົງໃນວັນດຽວກັນຂອງເຊີອູນ ທີ່ຍົກເລີກສັນຍາແບ່ງປັນຂໍ້ມູນຂ່າວສືບລາຊະການລັບດ້ານການທະຫານ (GSOMIA) ກັບຍີ່ປຸ່ນ.

ຍີ່ປຸ່ນຮຽກຕົວເອກອັກຄະລັດຖະທູດສ.ເກົາຫຼີມາເພື່ອຄັດຄ້ານເລື່ອງເຊີອູນຖອນອອກຈາກສັນຍາ GSOMIA - ảnh 1 ທ່ານລັດຖະມົນຕີການຕ່າງປະເທດຍີ່ປຸ່ນ Taro Kono

(ພາບ: Kyodo/TTXVN)

ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານລັດຖະມົນຕີການຕ່າງປະເທດຍີ່ປຸ່ນ Taro Kono ໃຫ້ຮູ້ວ່າ, ປະຕິກິລິຍາຂອງສ.ເກົາຫຼີ ແມ່ນ “ຜິດພາດ” ແລະ “ເປັນໜ້າເສຍດາຍທີ່ສຸດ”. ຕາມທ່ານ Taro Kono ແລ້ວ, ການກະທຳດັ່ງກ່າວໄດ້ຊີ້ໃຫ້ເຫັນວ່າ ເຊີອູນ “ເຂົ້າໃຈຜິດສະພາບຄວາມໝັ້ນຄົງຢູ່ພາກພື້ນອາຊີຕາເວັນອອກສ່ຽງເໜືອ ໃນສະພາບຫວ່າງມໍ່ໆມານີ້ສປປ.ເກົາຫຼີ ໄດ້ຍິງລູກສອນໄຟຢ່າງລຽນຕິດ”.

        GSOMIA ແມ່ນສັນຍາແບ່ງປັນຂໍ້ມູນຂ່າວສືບລາຊະການລັບດ້ານການທະຫານ ເຊິ່ງໄດ້ຮັບຖືວ່າແມ່ນສັນຍາລັກຂອງຄວາມໄວ້ເນື້ອເຊື່ອໃຈທີ່ຫາຍາກລະຫວ່າງສ.ເກົາຫຼີ ແລະ ຍີ່ປຸ່ນ, ພ້ອມທັງແມ່ນພື້ນຖານຕົ້ນຕໍໃຫ້ແກ່ການຮ່ວມມືຄວາມໝັ້ນຄົງ 3 ຝ່າຍແມ່ນອາເມລິກາ - ຍີ່ປຸ່ນ - ສ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ