ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe
(ພາບອິນເຕີແນັດ)
(vovworld) - ວັນທີ 03/05, ຢູ່ນະຄອນຫລວງ Brussels ປະເທດ ແບນຊິກ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ໄດ້ພົບປະເຈລະຈາກັບຄູ່ຕຳແໜ່ງປະເທດເຈົ້າພາບທ່ານ Charles Michel. ໃນນັ້ນ ການນຳ 2 ທ່ານໄດ້ເຫັນດີເປັນເອກະພາບ ດຳເນີນການເຈລະຈາ 2 ຝ່າຍກ່ຽວກັບການຕ້ານກໍ່ການຮ້າຍໃນປີ 2016. ກ່າວຄຳເຫັນທີ່ການປະຊຸມຂ່າວຮ່ວມພາຍຫລັງການພົບປະ, ທ່ານນາຍົກລັດຖະມົນຕີ Shinzo Abe ຖະແຫຼງວ່າ: ໂຕກຽວ ຈະເພີ່ມທະວີການຮ່ວມມືກັບ ແບນຊິກ ແລະ ຮັບປະກັນຄວາມປອດໄພໃຫ້ປະຊາຊົນ ແລະ ບັນດາບໍລິສັດຂອງ ຍີ່ປຸ່ນ ພວມເຄື່ອນໄຫວຢູ່ ແບນຊິກ. ການນຳ 2 ທ່ານ ກໍ່ແບ່ງປັນທັດສະນະວ່າ: ສິ່ງສຳຄັນແມ່ນຕ້ອງຮັກສາຄວາມເປັນລະບຽບຮຽບຮ້ອຍສາກົນ ໂດຍອີງໃສ່ກົດໝາຍ, ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ນີ້, ທ່ານ Shinzo Abe ຖະແຫຼງ ວ່າ “ ຍີ່ປຸ່ນ ສາມັກຄີກັບ ແບນຊິກ, ບັນດາປະເທດ ເອີລົບອື່ນໆ ແລະ ສ່ວນຍັງເຫຼືອຂອງໂລກ ໃນການຕໍ່ສູ້ດັບສູນລັດທິກໍ່ການຮ້າຍ”.