ການນຳຈີນ ແລະ ຍີ່ປຸ່ນ ທີ່ການເຈລະຈາຢູ່ນອກກອງປະຊຸມສຸດຍອດ G20
ພາບ:AFP/TTXVN
|
(vovworld)- ວັນທີ 14/9, ບັນດາເຈົ້າຫນ້າທີ່ຂັ້ນສູງ ຮັບຜິດຊອບບັນຫາທະເລຂອງຍີ່ປຸ່ນ ແລະ ຈີນ ເລີ່ມຕົ້ນການເຈລະຈາທີ່ແກ່ຍາວໃນເວລາ 2 ວັນ ເພື່ອສະກັດກັ້ນໄພອາດຈະເກີດເຫດບັງເອີນຢູ່ ທະເລ ຮວາຕຸງ. ການເຈລະຈາຖືກຈັດຂຶ້ນຢູ່ນະຄອນ Hiroshima ພາກຕາເວັນຕົກຂອງຍີ່ປຸ່ນ ໃນສະພາບຄວາມເຄັ່ງຕຶງປີນຂັ້ນໄດຢູ່ອ້ອມແອ້ມໝູ່ເກາະ Senkaku ຊື່ງ ປະຈຸບັນຍີ່ປຸ່ນ ພວມຄວບຄຸມ ແຕ່ຈີນ ກໍ່ຖະແຫລງອະທິປະໄຕ ແລະ ເອີ້ນວ່າ ຕ້ຽວອີ. ຈຸດສຸມໃນການເຈລະຈານັ້ນແມ່ນ ຊຸກຍູ້ການຜັນຂະຫຍາຍ “ກົນໄກຕິດຕໍ່ພົວພັນບົນທະເລ ແລະ ທາງອາກາດ” ລະຫວ່າງບັນດາເຈົ້າຫນ້າທີ່ປ້ອງກັນຊາດສອງປະເທດ ເພື່ອສະກັດກັ້ນການຄິດໄລ່ທີ່ຜິດພາດອາດຈະພາໄປເຖິງເກີດການປະທະກັນຢູ່ທະເລ ຮວາຕູງ. ສອງຝ່າຍກໍປຶກສາຫາລືຄວາມອາດສາມາດເລີ່ມການເຈລະຈາກ່ຽວກັບການເຄື່ອນໄຫວພ້ອມກັນຂຸດຄົ້ນອາຍແກສຢູ່ທະເລຮວາຕູງຄືນໃຫມ່ ຊື່ງສອງປະເທດໄດ້ເຫັນດີນຳກັນເມື່ອປີ 2008 ແຕ່ຖືກໂຈະໄວ້ຍ້ອນຄວາມເຄັ່ງຕຶງໃນບັນດາບັນຫາປະຫວັດສາດ ແລະ ຄວາມຂັດແຍ້ງຜືນແຜ່ນດິນ.