ທ່ານ ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe
ພາບ:TTXVN
|
(vovworld)- ວັນທີ 7/9, ທ່ານ ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ແລະ ຄູ່ຕຳແຫນ່ງ ອິນເດຍ Narendra Modi ໄດ້ປຶກສາຫາລືກ່ຽວກັບບັນດາສິ່ງທ້າທາຍເພື່ອຮ່ວມມືດ້ານເສດຖະກິດ, ສົມທົບກັນຕ້ານການກໍ່ການຮ້າຍ ແລະ ບັນດາບັນຫາພາກພື້ນ. ທີ່ການເຈລະຈາ ຢູ່ ສປປ ລາວ, ການນຳສອງທ່ານໄດ້ແລກປ່ຽນທັດສະນະກ່ຽວກັບການຮ່ວມມືດ້ານເສດຖະກິດ ແລະ ຊຸກຍູ້ການແລກປ່ຽນບຸກຄະລາກອນ ແລະ ເຫັນໄດ້ ຄວາມສາມາດບົ່ມຊ້ອນການຮ່ວມມືລະຫວ່າງກຳລັງຄວາມສາມາດເຕັກໂນໂລຊີຂອງຍີ່ປຸ່ນ ແລະກຳລັງແຮງງານຫນຸ່ມ ແລະ ຕະຫລາດຂອງອິນເດຍ. ທ່ານ ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ສະແດງຄວາມປາດຖະຫນາເພີ່ມທະວີການປະສານສົມທົບສອງຝ່າຍເພື່ອຕ້ານການກໍ່ການຮ້າຍ. ທ່ານ ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ອະທິບາຍຍຸດທະສາດການທູດຂອງຍີ່ປຸ່ນ ເພື່ອຊຸກຍູ້ຄວາມເສລີ ແລະ ສະພາບເປີດ ຢູ່ ອິນເດຍ ແລະ ປາຊີຟິກ. ສ່ວນ ທ່ານ Modi ສະແດງຄວາມປາດຖະຫນາຢາກຮ່ວມມືກັບ ຍີ່ປຸ່ນເພື່ອນຳວິໄສທັດນີ້ໃຫ້ປະກົດຜົນເປັນຈິງ.