ຍີ່ປຸ່ນໜູນຊ່ວຍຫວຽດນາມເພີ່ມທະວີກຳລັງຄວາມສາມາດຄຸ້ມຄອງສິ່ງແວດລ້ອມນ້ຳຍູ່ເຂດຍານລຸ່ມແມ່ນ້ຳ

ຍີ່ປຸ່ນໜູນຊ່ວຍຫວຽດນາມເພີ່ມທະວີກຳລັງຄວາມສາມາດຄຸ້ມຄອງສິ່ງແວດລ້ອມນ້ຳຍູ່ເຂດຍານລຸ່ມແມ່ນ້ຳ - ảnh 1
(ພາບ​ປະ​ກອບ: TTXVN)

(vovworld) - ວັນ​ທີ 1/12, ທີ່​ກອງ​ປະ​ຊຸມ​ຄະ​ນະ​ຊີ້​ນຳ​ໂຄງ​ການ​ ລະ​ຫວ່າງ​ ກະ​ຊວງ​ຊັບ​ພະ​ຍາ​ກອນ ແລະ ສິ່ງ​ແວດ​ລ້ອມ ແລະ ອົງ​ການ​ໄຈ​ກ້າ ( ຍີ່​ຢຸ່ນ ), ທ່ານ ຫວໍ​ຕ໋ວນ​ເຍິນ​ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງຊັບ​ພະ​ຍາ​ກອນ ແລະ ສິ່ງ​ແວດ​ລ້ອມ ຫວຽດ​ນາມ ໃຫ້​ຮູ້​ວ່າ: ນີ້​ແມ່ນ​ໂຄງ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ລັດ​ຖະ​ບານ​ຫວຽດ​ນາມ ແລະ ຍີ່​​ປຸ່ນ​ ກ່ຽວ​ກັບ “​ການເພີ່ມ​ທະ​ວີ​ກຳ​ລັງ​ຄວາມ​ສາ​ມາດ​ໃນ​ການ​ຄຸ້ມ​ຄອງ​​ສິ່ງ​ແວດ​ລ້ອມນ້ຳ​​ເຂດຍ່ານ​ລຸ່ມ​ແມ່​ນ້ຳ”. ໂຄງ​ການ​ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ກຳ​ລັງ​ຄວ​າມ​ສາ​ມາດ​ໃນ​ການກໍ່​ສ້າງ ແລະ ປະ​ຕິ​ບັດ​ກົດ​ໝາຍ, ຍົກ​ສູງ​ຄວາມ​ສາ​ມາດ​ໃນ​ການ​ປະ​ຕິ​ບັດ​ກົດ​ໝາຍ​ໃຫ້​ພະ​ນັກ​ງານ​ຂະ​ແໜງ​ຊັບ​ພະ​ຍາ​ກອນ ແລະ ສິ່ງ​ແວດ​ລ້ອມ, ໃນ​ນັ້ນ​ມີ​ພະ​ນັກ​ງານ​ຢູ່​​ຂັ້ນທ້ອງ​ຖິ່ນ. ໂຄງ​ການ​ຈະ​ໜູນ​ຊ່ວຍ​ຫວຽດ​ນາມ ​ຜັນ​ຂະ​ຫຍາຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ເຂດ​ຍ່ານ​ລຸ່ມ​ແມ່​ນ້ຳ, ປະ​ກອບ​ສ່ວນ​ນຳ​ກົດ​ໝາຍ​ວ່າ​ດ້ວຍ​ການ​ຮັກ​ສາ​ສິ່ງ​ແວດ​ລ້ອມ ​ປີ 2014 ເຂົ້າ​ສູ່​ຕົວ​ຈິງ.

        ບັນ​ດາ​ນັກ​ຊ່ຽວ​ຊານ​ຍີ່​ປຸ່ນ​ຖື​ວ່າ: ຝ່າຍ​ໄຈ​ກ້າ​ ຈະ​ພະ​ຍາ​ຍາມ​ສ່ອງ​ແສງ​ຢ່າງ​ສຸດ​ຂີດ​ກ່ຽວ​ກັບ​ດ້ານ​ເຕັກ​ນິກ ແລະ ປະ​ສົບ​ການ ​ເຂົ້າ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ໂຄງ​ການ ເພື່ອ​ຊ່ວຍ​ຫວຽດ​ນາມ​ຮັດ​ແຄບ​ຊ່ອງ​ຫວ່າງ ແລະ ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ນ້ຳ​ເຂດ​ຍ່ານ​ລຸ່ມ​ແມ່​ນ້ຳ​ ໃຫ້​ມີ​ປະ​ສິດ​ທິ​ຜົນ​ທີ່​ສຸດ. ໄລ​ຍະ​ການ​ຄຸ້ມ​ຄອງ​ສິ່ງ​ແວດ​ລ້ອມນ້ຳ​ເຂດ​ຍ່ານ​ລຸ່ມ​ແມ່​ນ້ຳແມ່ນ​ປະ​ຕິ​ບັດ​ຕາມ​ແບບ​ວິ​ທີ​ຄຸ້ມ​ຄອງ​ສັງ​ລວມ​ຊັບ​ພະ​ຍາ​ກອນ​ນ້ຳ ຄວນ​ສ້າງ​ກົນ​ໄກ​ປະ​ສານ​ສົມ​ທົບ​ໃໝ່ຢູ່​ບັນ​ດາ​ແມ່​ນ້ຳ​ລະ​ຫວ່າງ​ແຂວງ​​ ດ້ວຍ​ສິດ​ອຳ​ນາດ ແລະ ຄວາມ​ຮັບ​ຜິດ​ຊອບ​ອະ​ພິ​ປາຍຫຼາຍກວ່າ.

ຂ່າວ/ບົດ​ອື່ນ