ຍອດຊັບສິນຂອງບັນດາອົງການສິນເຊື່ອເພີ່ມຂຶ້ນ 12,2%

ຍອດຊັບສິນຂອງບັນດາອົງການສິນເຊື່ອເພີ່ມຂຶ້ນ 12,2% - ảnh 1
(ພາບປະກອບ)

(vovworld) – ຕາມ​ຕົວ​ເລກ​ສະຖິຕິທີ່​ທະນາຄານ​ແຫ່ງ​ລັດ​ຫວຽດນາມ ຫາ​ກໍ່​ປະກາດ, ​ໄລ່​ຮອດ​ທ້າຍ​ປີ 2014, ຍອດ​ຊັບ​ສິນຂອງ​ທັງ​ລະບົບ​ບັນດາ​ອົງການ​ສິນ​ເຊື່ອ​ບັນລຸ​ 6.514.900 ຕື້​ດົງ, ​ເພີ່ມ​ຂຶ້ນ 12,2% ​​ເມື່ອ​ທຽບ​ໃສ່​ທ້າຍ​ປີ 2013. ​ໃນ​ນັ້ນ, ນຳ​ໜ້າ​ກ່ຽວ​ກັບ​ມູນຄ່າ​ຊັບສິນ​ແມ່ນ​ກຸ່ມ​ທະນາຄານ​ການ​ຄ້າ​ແຫ່ງ​ລັດ ດ້ວຍ 2.876.174 ຕື້​ດົງ, ​ເພີ່ມ​ຂຶ້ນ 14,82% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2013. ​ໃນ​ປີ 2014, ທຶນ​ສ່ວນ​ຕົວ​ຂອງ​ລະບົບ​ບັນດາ​ອົງການ​ສິນ​ເຊື່ອ ກໍ່​ເພີ່ມ​ຂຶ້ນ 4,36%, ຍອດຈຳນວນທຶນຂອງ​ທັງ​ລະບົບ​ບັນລຸ 435.649 ຕື້​ດົງ. ບັນດາ​ໝາກຜົນປະ​ເອີ​ບ​ໃຈ​ທີ່​ບັນລຸ​ໄດ​້​ແມ່ນ​ຍ້ອນ​ການ​ກະທົບ​ຈາກ​ການ​ສ້າງ​ໂຄງປະ​ກອບ​​ອົງການ​ສິນ​ເຊື່ອ​ຄືນ​ໃໝ່​ໃນ 3 ປີ​ຜ່ານ​ມາ. ປີ 2015, ທະນາຄານ​ແຫ່ງ​ລັດ ຈະ​ສື​ບຕໍ່​ສ້າງ​ໂຄງ​ປະກອບ​ທະນາຄານ​ຄືນ​ໃໝ່​ຢ່າງ​ຄົບ​ຊຸດ.

ຂ່າວ/ບົດ​ອື່ນ