ຍາມໃດທະນາຄານໂລກກໍຮ່ວມເດີນທາງກັບຫວຽດນາມໃນການພັດທະນາ

ຍາມໃດທະນາຄານໂລກກໍຮ່ວມເດີນທາງກັບຫວຽດນາມໃນການພັດທະນາ - ảnh 1
ທ່ານ​ຮອງ​ນາຍົກລັດ​ຖະມົນຕີ ຫງວຽນ​ຊວນ​ຟຸກຕ້ອນຮັບ
ທ່ານ​ນາງ Victoria Kwakwa
photo:baocongthuong.vn


(vovworld)- ຕອນ​ບ່າຍ​ວັນ​ທີ 14/3, ທີ່​ການ​ຕ້ອນຮັບ​ທ່ານ​ນາງ Victoria Kwakwa, ຜູ້ອຳນວຍການ​ທະນາຄານ​ໂລກ​ປະຈຳ​ຫວຽດນາມ, ທ່ານ​ຮອງ​ນາຍົກລັດ​ຖະມົນຕີ ຫງວຽນ​ຊວນ​ຟຸກ ຕີ​ລາຄາ​ສູງ​ບັນດາ​ການ​ຫນູນ​ຊ່ວຍ​ຂອງ​ທະນາຄານ​ໂລກ​ທ່ີ​ສະຫງວນ​ໃຫ​້​ແກ່​ຫວຽດນາມ​ໃນ​ຊຸມ​ປີຜ່ານມາ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຢືນຢັນ​ວ່າ: ຍາມ​ໃດ​ລັດຖະບານ​ຫວຽດນາມ ກໍ​ຖື​ທະນາຄານ​ໂລກ​ແມ່ນ​ຄູ່​ຮ່ວມ​ມື​ທີ່​ໄວ້​ເນ້ືອ​ເຊື່ອ​ໃຈ​ໃນ​ວິວັດທະນາ​ການ​ພັດທະນາ, ບໍ່​ພຽງ​ແຕ່​ກ່ຽວ​ກັບ​ແຫ​ລ່ງຊັບພະຍາກອນ​ມະນຸດ​ເທົ່າ​ນັ້ນ ຫາກ​ນັບ​ທັງ​ຄຳ​ໃຫ້​ປືກສາ​ກ່ຽວ​ກັບ​ນະ​ໂຍບາຍ​ໃນ​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ, ການ​ລົບ​ລ້າງ​ຄວາມ​ອຶດຫິວ​ຫລຸດຜ່ອນ​ຄວາມທຸກ​ຍາກ, ປະກອບສ່ວນ​ສຳຄັນ​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ຫວຽດນາມ.  ທ່ານ​ນາງ Victoria Kwakwa ຢືນຢັນ​ວ່າ: ຍາມ​ໃດ​ທະນາຄານ​ໂລກ ກໍ່​ຮ່ວມ​​ເດີນທາງກັບ​ຫວຽດນາມ ​ໃນ​ການ​ປະຕິບັດ​ບັນດາ​ຈຸດໝາຍ​ພັດທະນາ​ເສດຖະກິດ​ສັງຄົມ.

 

 

 

ຂ່າວ/ບົດ​ອື່ນ