ຍາມໃດຫວຽດນາມ ກໍເຊີດຊູຈິດໃຈສາມັກຄີສາກົນ

ຍາມໃດຫວຽດນາມ ກໍເຊີດຊູຈິດໃຈສາມັກຄີສາກົນ - ảnh 1
ທ່ານນາງ ຫງວຽນ​ທິບີ່​ງ ອະ​ດີດ​ຮອງ​ປະທານ​ປະ​ເທດ ຫວຽດນາມ
ພາບ: internet


(vovworld) - ​ໃນ​ບໍ່​ວ່າ​ໄລຍະ​ພັດທະນາ​ໃດ​ຂອງ​ປະ​ເທດ​ຊາດ​, ຫວຽດນາມ ຈຳ​ເປັນ​ຕ້ອງ​ມີ​ຄວາມ​ສາມັກຄີ​ຈາກ​ເພື່ອນ​ມິດສາ​ກົນ. ນີ້​ແມ່ນ​ຄຳ​ຢືນຢັນ​ຂອງ​ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ “ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ - 20 ປີ​ແຫ່ງ​ການ​ພັດທະນາ” ຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 10/12 ຢູ່ ຮ່າ​ໂນ້ຍ. ກ່າວ​ຄ​ຳ​ເຫັນ​ໄຂ​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານນາງ ຫງວຽນ​ທິບີ່​ງ (Nguyễn Thị Bình) ອະ​ດີດ​ຮອງ​ປະທານ​ປະ​ເທດ, ປະທານ​ກອງ​ທຶນ​ສັນຕິພາບ ​ແລະ ພັດທະນາ ຫວຽດນາມ ​ໄດ້​ເນັ້ນ​ຫນັກ​ວ່າ:

        “ປະຈຸ​ບັນ ພວກ​​ເຮົາ​ພວມ​ກ້າວ​ເຂົ້າ​ສູ່​ໄລຍະ​​ໃຫມ່ ດ້ວຍ​ຈຸດ​ລັກສະນະ​ໃຫມ່, ວຽກ​ງານ​ການ​ຕ່າງປະ​ເທດ​ປະຊາຊົນ​ຕ້ອງ​ສືບ​ທອດ​ບົດຮຽນ​ສຳຄັນ​ຈາກ​ໄລຍະ​ກ່ອນ​ນີ້ ພ້ອມ​ທັງ​ຕ້ອງ​ເພີ່ມ​ເຕີມ, ຊີ້​ແຈງ​ໃນ​ສະພາບ​ການ​ປະຈຸ​ບັນ. ບົດຮຽນ​ໃຫຍ່​ຂອງ​ປະຊາຊົນ​ຫວຽດນາມ ​ແມ່ນ​ຄວາມ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ຄວາມ​ສາມັກຄີ​ສາກົນ, ຂ້າພະ​ເຈົ້າ​ຄິດ​ວ່າ ມັນ​ຍັງ​ມີ​ຄຸນຄ່າ​ເດີມ ​ແລະ ມີ​ຄວາມ​ໝາຍ​ຍິ່ງ​ກວ່າ​ເວລາ​ໃດ​ໝົດ. ພວກ​ເຮົາ​ຕ້ອງ​ສ້າງ​ການ​ພົວພັນ​ກັບ​ສາກົນ​ຢ່າງ​ກວ້າງຂວາງ, ​ເຂົາ​ເຈົ້າ​ສະຫນັບສະຫນູນ​ພວກ​ເຮົາ​ໃນ​ການ​ປົກ​ປັກ​ຮັກສາ​ອະທິ​ປະ​ໄຕ​ຂອງ​ປະ​ເທດ​ຊາດ ພ້ອມ​ທັງ​ຊ່ວຍ​ບົດຮຽນ, ​ເງື່ອນ​ໄຂເພື່ອ​ພັດທະນາ​ປະ​ເທດ​ຊາດ.”

ຂ່າວ/ບົດ​ອື່ນ