(vovworld) - ຕອນບ່າຍວັນທີ 10/9, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດຫວຽດນາມ ຈັດຕັ້ງການປະຊຸມຂ່າວນັດສາມັນ, ລາຍງານກ່ຽວກັບການເຄື່ອນໄຫວການຕ່າງປະເທດຂອງຫວຽດນາມ ໃນໄລຍະຈະມາເຖິງ ແລະ ຕອບບັນດາຄຳຖາມຂອງນັກຂ່າວກ່ຽວກັບບັນຫາທີ່ໄດ້ຮັບຄວາມສົນໃຈ.
ເມື່ອຕອບຄຳຖາມກ່ຽວກັບເລື່ອງ, ຫວ່າງແລ້ວນີ້, ສື່ມວນຊົນ ຟີລິບປິນ ໃຫ້ຂ່າວວ່າ, ຟີລິບປິນ ປາຖະໜາຢາກຍົກລະດັບການພົວພັນກັບຫວຽດນາມ ໃຫ້ເປັນການພົວພັນຄູ່ຮ່ວມມືຍຸດທະສາດ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລຫາຍບິ່ງ, ໃຫ້ຮູ້ວ່າ:
“ໃນນະໂຍບາຍການຕ່າງປະເທດເປັນເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ ຮ່ວມມື ແລະ ພັດທະນາ, ຫັນເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ ແລະ ເຊື່ອມໂຍງກັບສາກົນຢ່າງເລິກເຊິ່ງ, ກວ້າງຂວາງຂອງຫວຽດນາມ, ຍາມໃດພວກຂ້າພະເຈົ້າກໍ່ຖືເປັນສຳຄັນ ແລະ ພັດທະນາການພົວພັນອັນດີງາມກັບບັນດາປະເທດຄູ່ຮ່ວມມື ເພື່ອຜົນປະໂຫຍດຂອງປະຊາຊົນຫວຽດນາມ, ແລະ ຜົນປະໂຫຍດຂອງບັນດາປະເທດຄູ່ຮ່ວມມື. ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນອາຊີ - ປາຊີຟິກ. ພິເສດ, ໃນນັ້ນພວກຂ້າພະເຈົ້າໄດ້ເນັ້ນໜັກເຖິງສາຍພົວພັນກັບບັນດາປະເທດບ້ານໃກ້ເຮືອນຄຽງ ກໍ່ຄືໃນອາຊຽນ. ໃນການພົວພັນກັບຟີລິບປິນ, ພວກຂ້າພະເຈົ້າປະຕິບັດແນວທາງການຕ່າງປະເທດດັ່ງກ່າວ ແລະ ເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບລະຫວ່າງສອງປະເທດ ຫວຽດນາມ - ຟີລິບປິນ ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ອາຊີຕາເວັນອອກສ່ຽງໃຕ້, ກໍ່ຄືອາຊີ - ປາຊີຟິກ“.