ຍູ້ແຮງການຜັນຂະຫຍາຍບັນດາໂຄງການທົດລອງໃນຂອບເຂດ JETP ລະຫວ່າງ ຫວຽດນາມ ກັບ ອີຢູ ແລະ ອັງກິດ

(VOVWORLD) - ມາຮອດປະຈຸບັນ, ຫວຽດນາມ ໄດ້ປະຕິບັດຫຼາຍບາດກ້າວຕາມຄຳໝັ້ນສັນຍາຂອງ JEPT.
ຍູ້ແຮງການຜັນຂະຫຍາຍບັນດາໂຄງການທົດລອງໃນຂອບເຂດ JETP ລະຫວ່າງ ຫວຽດນາມ ກັບ ອີຢູ ແລະ ອັງກິດ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈີ່ນຮົ່ງຮ່າ ທີ່ການຕ້ອນຮັບ
(ພາບ:TTXVN)

          ວັນທີ 06 ຕຸລາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈີ່ນຮົ່ງຮ່າ ໄດ້ໃຫ້ການຕ້ອນຮັບທ່ານ Tibor Stelbackzky, ທູດພິເສດສະຫະພາບ ເອີລົບ (ອີຢູ) ແລະ ທ່ານ Chris Taylor, ທູດພິເສດຂອງລາຊະອານາຈັກ ອັງກິດ ກ່ຽວກັບການປະຕິບັດຂໍ້ຕົກລົງຫັນປ່ຽນພະລັງງານຍຸດຕິທຳ (JETP).

          ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ເຈີ່ນຮົ່ງຮ່າ ໃຫ້ຮູ້ວ່າ, ມາຮອດປະຈຸບັນ, ຫວຽດນາມ ໄດ້ປະຕິບັດຫຼາຍບາດກ້າວຕາມຄຳໝັ້ນສັນຍາຂອງ JEPT. ທ່ານຮອງນາຍົກລັດຖະມົນຕີໄດ້ແຈ້ງໃຫ້ຊາບວ່າ, ລັດຖະບານ ຫວຽດນາມ ໄດ້ເຊັນອະນຸມັດແຜນການພັດທະນາໄຟຟ້າແຫ່ງຊາດໄລຍະ 2021-2030, ວິໄສທັດຮອດປີ 2050 ດ້ວຍຂອບຂະໜາດໃຫຍ່ທີ່ສະຫງວນໃຫ້ແກ່ພະລັງງານທົດແທນ. ທ່ານຮອງນາຍົກລັດຖະມົນຕີ ເຈີ່ນຮົ່ງຮ່າ ຖືວ່າ, ບັນດາວິສາຫະກິດແຖວໜ້າຂອງ ອີຢູ ແລະ ອັງກິດ ສາມາດຮ່ວມມືກັບ ຫວຽດນາມ ເພື່ອປະຕິບັດບັນດາໂຄງການລະອຽດ, ຜ່ານນັ້ນ ລັດຖະບານບັນດາຝ່າຍຈະພ້ອມກັນແກ້ໄຂຄວາມຫຍຸ້ງຍາກ, ສິ່ງກີດຂວາງໄດ້ເກີດຂຶ້ນ.

          ສ່ວນທ່ານທູດພິເສດຂອງ ອີຢູ ແລະ ອັງກິດ ກ່ຽວກັບ JETP ໄດ້ແບ່ງປັນແຜນການລະດົມແຫຼ່ງກຳລັງສັງລວມເພື່ອຜັນຂະຫຍາຍ JETP ດ້ວຍບັນດາໂຄງການລະອຽດ; ປາດຖະໜາຢາກເຂົ້າຮ່ວມບັນດາກົນໄກແລກປ່ຽນປະຈຳໄລຍະ, ເປັນປະຈຳ ເພື່ອຍົກອອກມາດຕະການແກ້ໄຂ ຢ່າງລະອຽດ ແລະ ບັນລຸປະສິດທິຜົນໃນວິວັດການປະຕິບັດຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ