ຍູ້ແຮງການສົ່ງເສີມການຄ້າຫວຽດນາມກັບອາຟຼິກາແລະຕາເວັນອອກກາງ

ຍູ້ແຮງການສົ່ງເສີມການຄ້າຫວຽດນາມກັບອາຟຼິກາແລະຕາເວັນອອກກາງ - ảnh 1
ຫວຽດນາມ ​ແມ່ນ​ປະ​ເທດ​ສົ່ງ​ອອກ​ສິນຄ້າເກີນ​ດຸນ​​ໄປ​ຍັງ​
ຕະຫລາດ ອາ​ຟຼິກາ, ຕາ​ເວັນ​ອອກ​ກາງ
ພາບ:TTXVN


(vovworld)-   ຄວາມ​ສາມາດ​ບົ່ມ​ຊ້ອນ​ການ​ສົ່ງ​ອອກ​ສິນຄ້າ​ໄປ​ຍັງ​ຕະຫລາດ​ອາ​ຟຼິກາ ​ແລະ ຕາ​ເວັນ​ອອກ​ກາງ​ແມ່ນ​ໃຫຍ່​ຫລວງ​ແຕ່​ຄວາມ​ສ່ຽງ​ກໍ່​ບໍ່​ແມ່ນ​ຫນ້ອຍ. ນີ້​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ ​ເລ​ທາຍ​ຮ່ວາ, ຮອງ​ຫົວຫນ້າ​ກົມ​ຕະຫລາດ​ອາ​ຟຼິກາ - ອາຊີ​ຕາ​ເວັນ​ຕົກ ​ແລະ ອາຊີ​​ໃຕ້ (ສັງກັດ​ກະຊວງ​ອຸດສາຫະກຳ-ການ​ຄ້າຫວຽດນາມ), ທີ່​ກອງ​ປະຊຸມ​ສຳ​ມະ​ນາ“ຍູ້​ແຮງ​ການ​ຮ່ວມ​ມື​ສົ່ງ​ເສີມ​ການ​ຄ້າ ​ແລະ ການ​ລົງທຶນ​ຫວຽດນາມ ​- ອາ​ຟຼິກາ ​ແລະ ຕາ​ເວັນ​ອອກ​ກາງ” ​ໂດຍ​ກະຊວງ​ດັ່ງກ່າວ​ຈັດ​ຕັ້ງ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 11/6 ຢູ່ ຮ່າ​ໂນ້ຍ. ຕາມ​ທ່ານ​ຮ່ວາ​ແລ້ວ, ອາ​ຟຼິກາ ​ແລະ ຕາ​ເວັນ​ອອກ​ກາງ ​ແມ່ນຕະຫລາດ​ສົ່ງ​ອອກ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ຫວຽດນາມ ດ້ວຍ​ຄວາມ​ຕ້ອງການ​ບັນດາ​ປະ​ເພດສິນຄ້າ​ສູງຄື: ສະບຽງ​ອາຫານ, ຜະລິດ​ຕະພັນ​ກະ​ເສດ, ສິນ​ໃນ​ນຳ້, ​ເຄື່ອງ​ໃຊ້​ສອຍ. ປະຈຸ​ບັນ ຫວຽດນາມ ​ແມ່ນ​ປະ​ເທດ​ສົ່ງ​ອອກ​ເກີນ​ດຸນ​​ໄປ​ຍັງ​ຕະຫລາດ ອາ​ຟຼິກາ, ຕາ​ເວັນ​ອອກ​ກາງ ດ້ວຍ​ວົງ​ເງິນ​ສົ່ງ​ອອກ​ປີ 2012 ບັນລຸ​ເກືອບ 4,2 ຕື້ USD, ​ເພີ່ມ​ຂຶ້ນ 65% ​ເມື່ອ​ທຽບ​ໃສ​່ປີ 2011. ບັນດາ​ອົງການ​ຕາງຫນ້າ ​ແລະ ທູ​ດການ​ຄ້າ​ຫວຽດນາມ ຢູ່​ບັນດາ​ປະ​ເທດ ອາ​ຟຼິກາ ​ແລະ ຕາ​ເວັນ​ອອກ​ກາງ ຈະ​ຍູ້​ແຮງ​ການ​ສຳ​ພັດ​ກັບ​ບັນດາວິ​ສາ​ຫະກິດ​, ຄູ່​ຮ່ວມ​ມື​ນຳ​ເຂົ້າ​ສິນຄ້າຈາກ​ຕ່າງປະ​ເທດ​ເພື່ອ​ແນະນຳ, ຈ່າວ​ຂາຍ​ສິນຄ້າ​ສົ່ງ​ອອກ​ຂອງ​ຫວຽດນາມ ​ແລະ ສະຫນອງ​ຂໍ້​ມູນ​ຂ່າວຕິດ​ຕໍ່​ພົວພັນ​ຂອງ​ບັນດາ​ຄູ່​ຮ່ວມ​ມື​​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ, ສະຫະ​ສະມາຄົມ​ຂະ​ແຫນງ​ສິນຄ້າ​ພາຍ​ໃນ​ປະ​ເທດ.

ຂ່າວ/ບົດ​ອື່ນ