ຍູ້ແຮງການຮ່ວມມືລັດຖະສະພາລະຫວ່າງຫວຽດນາມ-ລາຊະອານາຈັກອັງກິດ

ຍູ້ແຮງການຮ່ວມມືລັດຖະສະພາລະຫວ່າງຫວຽດນາມ-ລາຊະອານາຈັກອັງກິດ - ảnh 1
ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ແລະ
ທ່ານ​ນາງ Eleanor Laing ຮອງ​ປະທານ​ສະພາ​ຕ່ຳ ອັງກິດ
(ພາບ: ສຳນັກຂ່າວສານຫວຽດນາມ)

(vovworld) - ​​ໂດຍ​ສືບຕໍ່​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ລາຊະ​ອານາ​ຈັກ ອັງກິດ, ວັນ​ທີ 01/06 ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽ​ດນາມ ຕ່ອງ​ທິຟ໋ອງ ພົບ​ປະ​ເຈລະຈາກັບ​ທ່ານ​ນາງ Eleanor Laing ຮອງ​ປະທານ​ສະພາ​ຕ່ຳ ອັງກິດ. ນະ​ທີ່​ນີ້ ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ຂອບ​ອົກ​ຂອບ​ໃຈ ລັດຖະບານ ອັງກິດ ​ທີ່​ໄດ້ສະຫງວນ​ທຶນ ODA ​​ຊ່ວຍ​ເຫຼືອ ຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ; ພ້ອມ​ທັງ​ໃຫ້​ຮູ້​ວ່າ: ຫວຽດນາມ ປາດ​ຖະໜາ​ຢາກ​ສືບ​ຕໍ່​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ຝ່າຍ ອັງກິດ ​ໂດຍ​ຜ່ານ​ແຫຼ່ງທຶນ​ຈາກ​ທຶນ​ວັດທະນາ​ຖາວອນ​ໃໝ່​ຂອງ​ກະຊວງ​ການ​ຕ່າງປະ​ເທດ ອັງກິດ ​ເພື່ອ​ແນ​ໃສ່​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ. ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ 2 ສະພາ​ແຫ່ງ​ຊາດ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວັງ​ວ່າ: ບັນດາ​ສະມາຊິກ​ລັດຖະສະພາ ອັງກິດ ສະໜັບສະໜູນ ​ເພື່ອ​ໃຫ້ ອັງກິດ ​ໃຫ້​ສັດຕະຍາບັນ​ສັນຍາ​ການ​ຄ້າ​ເສລີ​ສະຫະພາບ ​ເອີ​ລົບ - ຫວຽດນາມ (EVFTA) ​ໂດຍ​ໄວ ​ເພື່ອ​ແນ​ໃສ່​ສ້າງ​ກຳລັງ​ໜູນ​ໃໝ່​ໃຫ້​ເສດຖະກິດ​ພັດທະນາ​ລະຫວ່າງ ຫວຽດນາມ ​ແລະ ອີ​ຢູ ກໍ່​ຄື​ລະຫວ່າງ ຫວຽດນາມ ​ແລະ ອັງກິດ. ຫວຽດນາມ ກໍ່​ປາດ​ຖະໜາ​ວ່າ ລະຫວ່າງ 2 ປະ​ເທດຈະ​ມີ​ການ​ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ ຢູ່​ບັນດາ​ເວທີ​ປາ​ໄສ​ຫລາຍ​ຝ່າຍ​ຄື: ​ເວທີ​ປາ​ໄສ​ຮ່ວມ​ມື ອາຊີ - ​ເອີ​ລົບ (ASEM) ຫຼື ລັດຖະສະພາ​ລະຫວ່ງຊາດ​ໂລກ (IPU) ​ແລະ ການ​ຊ່ວຍ​ເຫຼືອ​ຂອງ ອັງກິດ ​ໃນ​ການ​ກໍ່ສ້າງ​ທັກ​ສະ​ໃຫ້​ບັນດາ​ສະມາຊິກ​ລັດຖະສະພາ​ໜຸ່ມ​ຂອງ ຫວຽດນາມ.

        ​ແລະ​ໃນ​ວັນ​ດຽວ​ກັນ, ທີ່​ການ​ຕ້ອນຮັບ​ກຸ່ມ​ສະມາຊິກ​ລັດຖະສະພາ​ລະຫວ່າງ​ພັກ ທີ່​ເອົາ​ໃຈ​ໃສ່​ເຖິງ ຫວຽດນາມ (APPG) ​ໂດຍ​ທ່ານ George Howard ປະທານ APPG ນຳ​ໜ​້າ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາ​ດ ຕອບ​ບັນດາ​ບັນຫາ ​ເຊິ່ງບັນດາ​ສະມາຊິກ APPG ມີ​ຄວາມ​ສົນ​ໃຈ. ກ່ຽວ​ກັບ​ບັນດາ​ການ​ຂັດ​ແຍ້​ງກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ​ເນັ້ນ​ໜັກ​ວ່າ: ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດນາມ ​ແມ່ນ​ບັນດາ​ຝ່າຍ​ເຄົາລົບ ​ແລະ ຮັກສາ​ສະພາບ​ເດີມ. ບໍ່​ນຳ​ໃຊ້ ຫຼື ນາບ​ຂູ່​ນຳ​ໃຊ້ກຳລັງ​ອາວຸດ, ​ແກ້​ໄຂການ​ຂັດ​ແຍ້​ງ ກັນ​ໂດຍ​ຜ່ານການ​ເຈລະຈາ​ສັນຕິພາບ ບົນ​ພື້ນຖານ​ເຄົາລົບ​ເອກະລາດ, ອະທິປະ​ໄຕ, ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ, ​​ເໝາະ​ສົມ​ກັບ​ກົດໝາຍ​ສາກົນ, ພິ​ເສດ​ແມ່ນ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າດ້ວຍທະ​ເລ​ປີ 1982 ​ແລະ ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC). ກ່ຽວ​ກັບ​ວຽກ​ງານຕ້ານ​ນ້ຳ​ທະ​ເລ​ຊຶມ​ເຂົ້າ, ຫວຽດນາມ ຖື​ນີ້​ແມ່ນ​ບຸລິມະສິດ​ແຫ່ງ​ຊາດ ​ແລະ ພວມ​ມານະ​ພະຍາຍາ​ມຊອກ​ຫາ​ວິທີ​ແກ້​ໄຂ ດ້ວຍ​ການ​ຊ່ວຍ​ເຫຼື​ອຈາກ​ຫລາຍ​ປະ​ເທດ, ​ໃນ​ນັ້ນ​ມີ​ລາຊະ​ອານາຈັກ ອັງກິດ.

 

ຂ່າວ/ບົດ​ອື່ນ