ຍູ້ແຮງບັນດາການເຄື່ອນໄຫວໂຄສະນາ “ເດືອນກຳມະກອນ”

ຍູ້ແຮງບັນດາການເຄື່ອນໄຫວໂຄສະນາ “ເດືອນກຳມະກອນ” - ảnh 1
ປຸກລະດົມເດືອນ ກຳມະກອນ
(ພາບປະກອບ)

(vovworld) - ວັນ​ທີ 4/5, ຢູ່​ຮ່າ​ໂນ້ຍ, ກຳມະບານ​ລັດຖະກອນ​ຫວຽດນາມ​​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ ​ໂຄສະນາ “​ເດືອນ​ກຳມະກອນ” ​ແລະ ສະ​ເຫຼີ​ມສະຫຼອງ 5 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ ລາຍການ​ຂ່າວ ກຳມະບານ​ ລັດຖະກອນ​ຫວຽດນາມ​. ​ໃນ “​ເດືອນ​ກຳມະກອນ” ​ເລີ່​ມ​ແຕ່​ວັນ​ທີ 1/5, ກຳມະບານ​ລັດຖະກອນ​ຫວຽດນາມ​ຈະ​ໂຄ​ສະນາ​ກ່ຽວ​ກັບ​ປະຫວັດສາດ​ຂອງ​ປະ​ເທດ​ຊາດ, ມູນ​ເຊື້ອ​ຕໍ່ສູ້​ປະຕິວັດ​ຂອງ​ຊົນ​ຊັ້ນ​ກຳມະກອນ, ອົງການ​ກຳມະບານ​ຫວຽດນາມ, ຂົນຂວາຍ​ພະນັກງານ​ພາລະກອນ, ລັດຖະກອນ, ສະມາຊິກ​ກຳມະບານ ຮ່ຳຮຽນ ​ແລະ ຕັ້ງໜ້າ​ປະຕິບັດ​ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4 (ຊຸດ​ທີ 11) ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ, ປະຕິບັດ​ແຜນ​ນະ​ໂຍບາຍ, ​ແນວທາງ​ຂອງ​ພັກ, ນະ​ໂຍບາຍ, ກົດໝາຍ​ຂອງ​ລັດ, ພິ​ເສດ​ແມ່ນ​ການ​ຜັນ​ຂະຫຍາຍ​ປະຕິບັດ​ກົດໝາຍ​ວ່າ​ດ້ວຍ​ກຳມະບານ, ກົ​ດໝາຍວ່າ​ດ້ວຍ​ແຮງ​ງານ (ສະບັບ​ປັບ​ປຸງ ​ແລະ ​ເພີ່ມ​ເຕີມ). ​ເສີມ​ຂະຫຍາຍ​ບົດ​ບານ​ປະຈັນບານ​ຂອງ​ຊົນ​ຊັ້ນ​ກຳມະບານ​ໃນ​ພາລະກິດ​ເຫັນ​ປະ​ເທດ​ເປັນ​ອຸດສາຫະກຳ - ທັນ​ສະ​ໄໝ ກໍ​ແມ່ນ​ເນື້ອ​ໃນ​ໄດ້​ຮັບ​ການ​ໂຄສະນາ​ໃນ​ເດືອນ​ກຳມະກອນ. ທີ່​ກອງ​ປະຊຸມ, ກຳມະບານ​ລັດຖະກອນ​ຫວຽດນາມ​ກໍ​ໄດ້​ຈັດ​ຕັ້ງ​ການສະ​ເຫຼີ​ມສະຫຼອງ 5 ​ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ລາຍການ​ຂ່າວ​ກຳມະບານ ​ແລະ ມອບ​ໃບ​ຍ້ອງຍໍ​ຂອງ​ຄະນະ​ບໍລິຫານ​ງານກຳມະບານ​ລັດຖະກອນ​ຫວຽດນາມ​ ​ໃຫ້​ແກ່ 1 ໝູ່​ຄະນະ ​ແລະ 9 ບຸກຄົນ ທີມີ​ຜົນງານ​ດີ​ເດັ່ນ​ໃນ​ວຽກ​ງານ​ໂຄ​ສະນາ, ກໍ່ສ້າງ​ກຳມະບານ​ໝັ້ນຄົງ.

ຂ່າວ/ບົດ​ອື່ນ