ຍູ້ໄວລະດັບຄວາມຄືບໜ້າໂຄງການສະໜອງໄຟຟ້າ ແຫ່ງຊາດໃຫ້ເມືອງເກາະ ລິ໋ເຊີນ

ຍູ້ໄວລະດັບຄວາມຄືບໜ້າໂຄງການສະໜອງໄຟຟ້າ ແຫ່ງຊາດໃຫ້ເມືອງເກາະ ລິ໋ເຊີນ - ảnh 1
(ເມືອງ​ເກາະ ລິ໋​ເຊີນ)

(vovworld) –   ​ໂຄງການ​ສະໜອງ​ໄຟຟ້າ​ໃຫ້​ເມືອງ​ເກາະ ລິ໋​ເຊີນ, ​ແຂວງ​ກວາງ​ຫງ້າຍ ດ້ວຍ​ສາຍ​ກາບໃຕ້​ທະ​ເລ ມີ​ຍອດ​ຈຳນວນ​ເງິນ​ລົງທຶນ​ກວ່າ 650 ຕຶ້ດົງ. ມາ​ຮອດ​ປະຈຸ​ບັນ, ບໍລິສັດ​ຮັບ​ປະມູນ​ໄດ້ສຳ​ເລັດ​ວຽກ​ງານສຳ​ຫຼວດສາຍ​ກາບໃຕ້​ທະ​ເລ​ແລ້ວ, ຄາດ​ວ່າ ຮອດ​ວັນ​ທີ 15/07 ຈະ​ຜະລິດ​ສາຍ​ກາບ​ໃຫ້​ສຳ​ເລັດ ​ແລະ ​ໄຊ້ທົດລອງ​ຢູ່​ໂຮງງານ. ທ່ານ ຫງວຽນ​ເຕີນ​​ໂຫຼກ, ຮອງ​ຜູ້ອຳ​ນວຍ​ການ​ໃຫຍ່​ກຸ່ມ​ບໍລິສັດ​ໄຟ​ຟ້າ​ຫວຽ​ດນາມ ຮຽກ​ຮ້ອງ​ໃຫ້​ບໍລິສັດ​ໃຫຍ່​ໄຟຟ​້າພາກ​ກາງ ​ແລະ ບັນດາ​ບໍລິສັດຮັບປະມູນຍູ້​​ໄວ​ຄວາມ​ຄືບ​ໜ້າ​ໃນການ​ປະຕິບັດ, ສູ້​ຊົນ​ຮອດ​ຕົ້ນ​ເດືອນ 10/2014 ຈະ​ສະໜອງ​ໄຟຟ້າ​ໃຫ້​ປະຊາຊົນ​ເມືອງ​ເກາະ​ລິ໋​ເຊີນ, ​ແຂວງກວາງ​ຫງ້າຍ.

        “ປະ​ຈູ​ບັນ, ການ​ກໍ່ສ້າງຢູ່​​ເຂດ​​ດິນຕໍ່​ແຜນ​ພວມ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ເປັນ​ຢ່າງ​ດີ. ສະ​ເພາະ​ສາຍ​ກາບ​ໃຕ້​ທະ​ເລຈະ​ສົ່ງ​ເຂົ້າ​ຫວຽດນາມ ​ຊ້າ​ສຸດ​​​ແມ່ນ​ໃນ​ວັນ​ທີ 30/08 ​ແລະ ຈະ​ກໍ່ສ້າງ​​ໃນເວລາ 1 ​ເດືອນ, ຖ້າຫາກ​ອາດ​ກາດ​ເອື້ອ​ອຳນວຍ​ຄວາມ​ສະດວກ, ຮັບປະກັນ​ຄວາມ​ຄືບ​ໜ້າ. ​ແຕ່​ປະຈຸ​ບັນ ຍັງ​ມີ​ບັນດາ​ວຽກ​ງານ​ຕ້ອງ​ໄດ້​ຮັບ​ການ​ກະກຽມ​ເປັນ​ຢ່າງ​ດີ”.

ຂ່າວ/ບົດ​ອື່ນ