ດົ່ງນາຍ ປະກອບຄຳຄິດຄຳເຫັນ ໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ

ດົ່ງນາຍ ປະກອບຄຳຄິດຄຳເຫັນ ໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ - ảnh 1
(ພາບ: dongnai.gov.vn)
(vovworld) -     ​ວັນ​ທີ 23/02, ແຂ​ວງດົ່ງ​ນາຍ​ ​ໄດ້​ຈັດ​ກອງ​ປະຊຸມ​ປະ​ກອບ​ຄຳ​ຄິດ​ຄຳ​ເຫັນ​ໃສ່​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ. ບັນດາ​ສະມາຊິກ​ຊາວ​ໜູ່ມໄດ້ສຸມ​ໃສ່​ປຶກສາ​ຫາລື​ກ່ຽວ​ກັບ​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ​ເຊິ່ງລວມມີ; ຄຳ​ນຳ, ລະບອບ​ການ​ເມືອງ, ສິດ​ຂອງ​ມະນຸດ, ສິດ ​ແລະ ພັນທະ​ເປັນ​ພື້ນຖານ​ຂອງ​ພົນ​ລະ​ເມືອງ... ພິ​ເສດ, 10 ຄຳ​ເຫັນ​ທີ່​ໄດ້​ຍົກ​ອອກ​ມາ​​ໃນ​ກອງ​ປະຊຸມ ​ໄດ້​ເຕື້ອງ​ເຖິງ​ຫຼາຍ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ສິດ​ຂອງ​ສະພາ​ລັດຖະທຳ​ມະນູນ ​ແລະ ສະພາເລືອກ​ຕັ້ງ; ​ເພີ່ມ​ເຕີ່​ມສິດຊັບ​ສິນ​ທາງປັນຍາ; ​ແບ່ງຂັ້ນ​ບັນດາ​ຫົວໜ່ວຍ​ບໍລິຫານ, ສານ... ຄະນະ​ຊາວ​ໜຸ່ມ​ແຂ​ວງ ດົ່ງ​ນາຍ ກໍ​ສົ່ງ​ເສີມ​ພະນັກງານ​ຊາວ​ໜູ່ມ, ສະມາຊິກ​ຊາວ​ໜູ່ມ, ສະມາ​ຊິກ ນອກຈາກ​ການ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​​​ຢູ່​ບ່ອນຕົນ​ດຳ​ເນີນ​ຊີວິດ​ແລ້ວ, ສາມາດປະກອບ​ຄຳ​ຄິດ​ຄຳ​ເຫັນ​ຜ່ານ​ລະບົບ​ສື່​ສານ​ຂອງ​ຊາວ​ໜູ່ມ, ກໍ​ຄື​ປະກອບ​ຄຳ​ເຫັນ​​ຢູ່​ແວບ​ໄຊ​ຂອງ​ສະພາ​ແຫ່ງ​ຊາດ.
ຂ່າວ/ບົດ​ອື່ນ