ດັດຊະນີຄວາມໄວ້ເນື້ອເຊື່ອໃຈຜູ້ອຸປະໂພກບໍລິໂພກຫວຽດນາມເພີ່ມຂຶ້ນຄືນໃຫມ່

ດັດຊະນີຄວາມໄວ້ເນື້ອເຊື່ອໃຈຜູ້ອຸປະໂພກບໍລິໂພກຫວຽດນາມເພີ່ມຂຶ້ນຄືນໃຫມ່ - ảnh 1


(vovworld)- ນີ້​ແມ່ນ​ຂໍ້​ໃຫ້​ສັງ​ເກດ​ຂອງ​ທ່ານ Glenn Maguire, ຜູ້​ຊ່ຽວຊານ​ເສດຖະກິດ ອາຊີ ປາຊີ​ຟີ​ກ ຂອງ​ທະນາຄານ ANZ  ທີ່​ການ​ປະກາດ​ດັດຊະນີ​ຄວາມ​ໄວ​້​ເນື້ອ​ເຊື່ອ​ໃຈ​ຂອງ​ຜູ້​ອຸປະ​ໂພ​ກບໍລິ​ໂພ​ກປະຈຳ​ເດືອນ ຈັດ​ຂຶ້ນ​ເປັນ​ຄັ້ງ​ທຳ​ອິດ​ຢູ່​ຫວຽດນາມ ຊື່​ງດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 11/7.

 ຕາມ​ທ່ານ Glenn Maguire, ດັດຊະນີຄວາມ​ໄວ​້​ເນື້ອ​ເຊື່ອ​ໃຈ​ຂອງ​ຜູ້​ອຸປະ​ໂພ​ກບໍລິ​ໂພ​ກ ຫວຽດນາມ ​ໂດຍ ANZ ສຳ​ຫລວດ​ຢູ່ 7 ​ນະຄອນ​ໃຫຍ່​ຢູ່​ຫວຽດນາມ ຍາດ​ໄດ້ 131 ຄະ​ແນນ, ​ເພີ່ມ​ຂຶ້ນ 7,7 ຄະ​ແນນ​ເມື່ອ​ທຽບ​ໃສ່​ເດືອນ 6/2014. ລະດັບ​ເພີ່ມ​ຂຶ້ນ​ດັ່ງກ່າວ ຍ້ອນ​ມີ​ການ​ປັບປຸງ​ຄວາມ​ໄວ​້​ເນື້ອ​ເຊື່ອ​ໃຈ​ກ່ຽວ​ກັບ​ສະພາບ​ການ​ເງິນຂອງ​ສ່ວນ​ບຸກຄົນ​ຊາວ​ຫວຽດນາມ. ​ແລະ​ໃນ​ການ​ປະກາດ, ບັນດາ​ຜູ້​ຊ່ຽວຊານ​ກໍ​ຖື​ວ່າ: ຫວຽດນາມ​ແມ່ນ​ພື້ນຖານ​ເສດຖະກິດ​ມີ​ຊົນ​ຊັ້ນ​ກາງ​ໃນ​ສັງຄົມ​ໄດ້​ຮັບ​ການ​ສ້າງ​ຂຶ້ນ ​ແລະ​ພັດທະນາ​ຢ່າງ​ວ່ອງ​ໄວ​ກວ່າ​ເມື່ອ​ທຽບ​ໃສ່​ບໍ່​ວ່າ​ພື້ນຖານ​ເສດຖະກິດ​ໃດ​ຢູ່​ອາຊີ. ການ​ສົມທົບ​ຂອງ​ລະດັບ​ການຈະ​ເລີ​ນ​ເຕີບ​ໂຕ​ຢ່າງ​ແຮງ, ​ແຫ​ລ່ງຊັບພະຍາກອນ​ມະນຸດ​ອຸດົມສົມບູນ​ກວ່າ ​ແລະ ສະມັດ​ຕະພາບ​ການ​ອອກ​ແຮງ​ງານ​ເພີ່ມ​ຂຶ້ນ​ຢ່າງ​ແຮງ ລ້ວນ​ແຕ່​ປະກອບສ່ວນ​ປັບປຸງ​ລະດັບ​ການຈະ​ເລີ​ນ​ເຕີບ​ໂຕ​ຢ່າງ​ວ່ອງ​ໄວ​ຂອງ​ຜູ້​ອຸປະ​ໂພ​ກບໍລິ​​ໂພ​ກຢູ່​ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ